|
(ພາບປະກອບ: RT) |
ຖະແຫຼງການຂອງຫວັງ Kremlin ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບ, ການນຳ 2 ທ່ານໄດ້ພ້ອມກັນປຶກສາຫາລືກ່ຽວກັບຜົນສຳເລັດຂອງບັນດາໂຄງການຍຸດທະສາດຮ່ວມລະຫວ່າງລັດເຊຍ ແລະ ຕວກກີ, ພິເສດແມ່ນໃນຂົງເຂດພະລັງງານ. ໃນຂະນະນັ້ນ, ຫ້ອງວ່າການປະທານາທິບໍດີ Erdogan ໃຫ້ຮູ້ວ່າ, 2 ຝ່າຍໄດ້ “ສະແດງຄວາມເພິ່ງພໍໃຈ” ກ່ຽວກັບການພົວພັນດ້ານເສດຖະກິດ ແລະ ການເງິນທີ່ພວມມີບາດກ້າວເດີນທີ່ “ຕັ້ງໜ້າ”, ກໍຄືການຮ່ວມມື 2 ຝ່າຍໃນຂົງເຂດການປ້ອງກັນຊາດ ແລະ ພະລັງງານ. ການໂອ້ລົມທາງໂທລະສັບຖືກດຳເນີນພາຍຫຼັງທ່ານປະທານາທິບໍດີອາເມລິກາ Donald Trump ຕົກລົງເພີ່ມອັດຕາພາສີຂຶ້ນທົບ 2 ເທົ່າສຳລັບເກຼັກກ້າ ແລະ ອາລູມີນຽມ ທີ່ນຳເຂົ້າຈາກຕວກກີ.

