|
(ພາບ: TTXVN) |
ແລະ ເຂົ້າຮ່ວມງານບຸນວັດທະນະທຳໂລກນະຄອນໂຮ່ຈິມິນ - Gyeongju 2017. ທ່ານປະທານຄະນະກຳມະການປະຊາຊົນນະຄອນໃຫ້ຄຳໝັ້ນສັນຍາວ່າ ຈະເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສ.ເກົາຫຼີ, ປະຊາຄົມຊາວເກົາຫຼີ ອາໄສຢູ່ນະຄອນໂຮ່ຈິມິນ ດຳລົງຊີວິດ, ທຳມາຫາກິນ, ດຳເນີນທຸລະກິດຢ່າງຍາວນານຢູ່ນະຄອນໂຮ່ຈິມິນ.
ການນຳນະຄອນສະແດງຄວາມເຊື່ອໝັ້ນວ່າ, ທ່ານ Hong Joon pyo ໃນຖານະຕຳແໜ່ງຂອງຕົນ ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນລະຫວ່າງພັກສ.ເກົາຫຼີ ເສລີ ແລະ ພັກກອມມູນິດຫວຽດນາມ ຢ່າງແຮງກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.
ສ່ວນທ່ານປະທານພັກສ.ເກົາຫຼີ ເສລີ Hong Joon pyo ສະເໜີໃຫ້ນະຄອນໂຮ່ຈິມິນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການດຳເນີນທຸລະກິດຂອງບັນດາວິສາຫະກິດ ແລະ ຂົງເຂດສຶກສາຂອງປະຊາຄົມ ເກົາຫຼີ ປະຈຳນະຄອນໂຮ່ຈິມິນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ກວ່າອີກ.

