ທີ່ການພົບປະ, ຜູ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ກວາງບີ່ງ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມທົ່ວປະເທດໃນຊຸມເດືອນຕົ້ນປີ, ລວບລວມຕອບຄຳຖາມ, ຄຳຄິດເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ການຄາດຄະເນບາງເນື້ອໃນຕົ້ນຕໍຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ 14. ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງ, ຮັບເອົາຄຳເຫັນ, ຂໍ້ສະເໜີຂອງບັນດາຜູ້ມີສິດເລືອກຕັ້ງທີ່ກ່ຽວຂ້ອງເຖິງສະພາບການພັດທະນາເສດຖະກິດ - ສັງຄົມ, ວັດທະນະທຳ, ການສຶກສາຢູ່ທ້ອງຖິ່ນ.

ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກນຳໜ້າ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ (ພາບ: baoquangbinh.vn)

ແລະກໍ່ໃນວັນດຽວກັນ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ບັກນິງ ແລະ ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ກໍ່ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ແຂວງ ຫວີງລອງ.