ຕອນຄ່ຳວັນທີ 26 ກໍລະກົດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026), ໄດ້ຈັດລາຍການຖ່າຍທອດສົດ “ດວງດາວຮຸ່ງໃສພາທາງ”. ລາຍການເພື່ອຕອບບຸນແທນຄຸນບັນດານັກຮົບໄດ້ເສຍສະຫຼະຊີວິດເພື່ອປະເທດຊາດ, ພ້ອມກັນນັ້ນ ເຊີດຊູບັນດາກຳລັງພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸມນັກຮົບເສຍສະຫຼະຊີວິດເພື່ອຊາດນັບທັງເວັນ ແລະ ຄືນ.
ລາຍການໄດ້ເຊື່ອມຕໍ່ 4 ຈຸດ, ລວມມີ: ຕວຽນກວາງ, ຮ່າໂຮ້ຍ, ກວາງຈິ້, ນະຄອນ ໂຮ່ຈີມິນ. ຢູ່ສະຖານທີ່ຖ່າຍທອດສົດ ຮ່າໂນ້ຍ, ເຂົ້າຮ່ວມລາຍການມີທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ, ໃນຂະນະນັ້ນ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະແຫ່ງຊາດ ໄດ້ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດນະຄອນ ໂຮ່ຈີມິນ.
ທີ່ລາຍການ, ຜູ້ຊົມໄດ້ຮັບຊົມສາລະຄະດີກ່ຽວກັບການເຄື່ອນໄຫວນຳບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອບ້ານ. ສິບໂທ ເຈິ່ນຈູງທ້າຍ, ກອງຮ້ອຍປືນໃຫຍ່ 14, ກອງພັນໃຫຍ່ 19, ກອງພົນ 968, ທະຫານເຂດ 4 ມີຄວາມຕື້ນຕັນໃຈ ແລະ ເອກອ້າງທະນົງໃຈເມື່ອພ້ອມກັບບັນດາເພື່ອນຮ່ວມກົມກອງເຂົ້າຮ່ວມລາຍການຢູ່ສະຖານທີ່ເຊື່ອມຕໍ່ແຂວງ ກວາງຈິ້.
“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອໄດ້ເຂົ້າຮ່ວມລາຍການຊອກຫາເພື່ອນຮ່ວມກົມກອງໃນໄລຍະສັນຕິພາບ. ຂ້າພະເຈົ້າຮູ້ບຸນຄຸນ, ສະແດງຫຼັກສິນທຳກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ ທີ່ມີຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດເພື່ອຍາດເອົາເອກະລາດ, ເສລີພາບ, ສັນຕິພາບໃນມື້ນີ້”.
ສ່ວນທ່ານ ໂດ້ແທັງເຕິມ, ນັກຮົບເກົ່າຢູ່ແຂວງ ລາວກາຍ, ພ້ອມກັບບັນດາເພື່ອນຮ່ວມກົມກອງໄດ້ໄປເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເສັ້ນທາງເລກ 9 ເຂົ້າຮ່ວມລາຍການ, ແບ່ງປັນວ່າ:
“ພວກຂ້າພະເຈົ້າມາແຫ່ງນີ້ເພື່ອຢ້ຽມຢາມສະໜາມຮົບເກົ່າ, ຮູ້ສຶກສະເທື່ອນໃຈຫຼາຍ, ຕອບບຸນແທນຄຸນບັນດາເພື່ອນສະຫາຍ, ເພື່ອນຮ່ວມກົມກອງຂອງພວກຂ້າພະເຈົ້າທີ່ໄດ້ອຸທິດເລືອດເນື້ອ ແລະ ຊີວິດຂອງຕົນເພື່ອໃຫ້ປະເທດຊາດມີສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບ.”
