ກໍາລັງທະຫານຕວກກີ ຢູ່ ຊີຣີ (ພາບ: THX/TTXVN)

ການນໍາສອງທ່ານໄດ້ເຫັນດີຕໍ່ຂໍ້ຕົກລົງຮັບປະກັນກໍາລັງປະກອບອາວຸດ ຊາວ Kurd YPG ຢູ່ ຊີຣີ ຈະຖອນກໍາລັງອອກຈາກບໍລິເວນ ເຊິ່ງຢູ່ຫ່າງຈາກຊາຍແດນຕວກກີ ປະມານ 30 Km, ພ້ອມກັນນັ້ນ ສອງຝ່າຍ ຈະດໍາເນີນການລາດຕະເວນຮ່ວມຢູ່ “ເຂດປອດໄພ” ເຊິ່ງ Ankara ມີຄວາມຫວັງຢາກປະຕິບັດ ຢູ່ເຂດພາກເໜືອ ຊີຣີ. ເລີ່ມແຕ່ຕອນບ່າຍວັນທີ 23 ຕຸລາ, ກໍາລັງສາລະວັດທະຫານ ລັດເຊຍ ແລະ ກໍາລັງທະຫານປ້ອງກັນຊາຍແດນ ຊີຣີ ຈະບຸກເຂົ້າບໍລິເວນດັ່ງກ່າວເພື່ອສ້າງເງື່ອນໄຂໃຫ້ແກ່ການຍົກຍ້າຍບັນດາມືປືນ YPG ກໍຄື ອາວຸດ ອອກຈາກ “ເຂດປອດໄພ” ເປັນເວລາປະມານ 6 ວັນ.

ກ່າວຄໍາເຫັນໃນກອງປະຊຸມຖະແຫຼງຂ່າວຮ່ວມ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan ໄດ້ຊົມເຊີຍຂໍ້ຕົກລົງສະບັບນີ້ວ່າ ແມ່ນມີຄວາມໝາຍ “ປະຫວັດສາດ”. ທ່ານກໍໃຫ້ຮູ້ວ່າ ກອງທັບສອງຝ່າຍ ຈະດໍາເນີນການລາດຕະເວນຮ່ວມໃນບໍລິເວນ 10 ກິໂລແມັດ ຢູ່ຊາຍແດນທີ່ນອນໃນເຂດດິນແດນພາກເໜືອ ຊີຣີ. ໄປຄຽງຄູ່ກັນນັ້ນ, ກໍາລັງປະກອບອາວຸດຊາວ Kurd ກໍຈະຖອນກໍາລັງອອກຈາກເທດສະບານເມືອງ Manbij ແລະ Tel Rifaat.