ວັນທີ 02 ມັງກອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່່ງ ຝລັ່ງ Emmanuel Macron ໄດ້ມີີການເຈລະຈາຜ່ານທາງໂທລະສັບ ເພື່ອແນໃສ່ປຶກສາຫາລື ກ່ຽວກັບວິກິດການຢູ່ ຊີຣີ, ກໍຄືແລກປ່ຽນທັດສະນະກ່ຽວກັບການປະທະກັນ ຢູ່ ຢູແກຼນ. ຕາມແຈ້ງການຂອງສື່ມວນຊົນ ຂອງ ວັງ Kremlin, ການນໍາສອງທ່ານໄດ້ປຶກສາຫາລືຢ່າງລະອຽດບັນດາບັນຫາກ່ຽວກັບສະພາບການຂອງ ຊີຣີ, ຕົ້ນຕໍແມ່ນໃນຂອບເຂດຂໍ້ຕົກລົງ 4 ຝ່າຍ ກ່ຽວກັບການສ້າງຕັ້ງຄະນະກໍາມະການລັດຖະທໍາມະນູນ ພາຍຫຼັງກອງປະຊຸມສຸດຍອດລັດເຊຍ, ຕວກກີ, ເຢຍລະມັນ ແລະ ຝລັ່ງ ຢູ່ Instanbul ໃນວັນທີ 27 ຕຸລາ 2018. ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງ ຢູແກຼນ, ໃນນັ້ນ ມີຄວາມເຄັ່ງຕຶງລະຫວ່າງ Kiev ແລະ Moskva ຢູ່ ຊ່ອງແຄບທະເລ Kerch ໃນວັນທີີ 25 ພະຈິກ 2018 ຜ່່ານມາ.
ການນໍາລັດເຊຍ, ຝລັ່ງ ເຈລະຈາຜ່ານທາງໂທລະສັບ ກ່ຽວກັບສະພາບການລະຫວ່າງ ຊີຣີ ແລະ ຢູແກຼນ
(VOVWORLD) -ການນໍາສອງທ່ານໄດ້ປຶກສາຫາລືຢ່າງລະອຽດບັນດາບັນຫາກ່ຽວກັບສະພາບການຂອງ ຊີຣີ
