ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິງ ກ່າວຄໍາເຫັນທີ່ກອງປະຊຸມ nhandan.com.vn ) |
ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ປະກອບຄໍາເຫັນ, ຂໍ້ສະເໜີແນະຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງບັນຫາການເມືອງ, ເສດຖະກິດ-ສັງຄົມ... ຂອງປະເທດ ຕໍ່ສະມາຊິກສະພາແຫ່ງຊາດ. ຕາມນັ້ນແລ້ວ, ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ ດ້ວຍບັນດາໝາກຜົນທີ່ພົ້ນເດ່ັນໃນວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ. ຜູ້ມີສິດເລືອກຕັ້ງປາດຖະໜາວ່າ ການນໍາຂັ້ນຕ່າງໆ, ບັນດາຂະແໜງການ ເພີ່ມທະວີການປະຕິບັດຫຼາຍມາດຕະການ ເພື່ອຊຸກຍູ້ເສດຖະກິດພັດທະນາແບບຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິງ ໃຫ້ຮູ້ວ່າ ໄລຍະຜ່ານມາ,ພັກ, ລັດ ມີຄວາມຕັດສິນໃຈຢ່າງສູງໃນການປະຕິບັດວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ລັດຖະບານພ້ອມດ້ວຍບັນດາກະຊວງ, ຂະແໜງການ ພວມປະຕິບັດມາດຕະການຫຼາຍຢ່າງ ເພື່ອຫຼຸດຜ່ອນໜີ້ສິນສາທາລະນະ, ພ້ອມທັງຮັບປະກັບບັນດາປັດໄຈລົງທຶນພັດທະນາ, ຊຸກຍູ້ພື້ນຖານເສດຖະກິດພັດທະນາຢ່າງເປັນປົກກະຕິ ແລະ ຍືນຍົງ.
|
|
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ແຂວງຮ່າຕິງ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກີແອງ ແລະເທດສະບານໂຮ່ງຫຼີງ ເພື່ອແນໃສ່ຮັບຟັງ, ແລກປ່ຽນຄໍາຄິດເຫັນ ແລະ ຕອບຄໍາຖາມ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.


