|
ບັນດາມືປືນຂຶ້ນກັບກຳລັງ Houthi (ພາບ: AFP TTXVN) |
ການປະທະກັນຢ່າງຮ້າຍແຮງຖືກເກີດຂຶ້ນຢູ່ນະຄອນທ່າກ່ຳປັ່ນ Hodeidah ໄດ້ທຳລາຍຂໍ້ຕົກລົງຢຸດຍິງ ແລະ ອາດຈະກີດຂວາງຂໍ້ຕົກລົງຖອນທະຫານ ເພື່ອເປີດເສັ້ນທາງໃຫ້ແກ່ການເຈລະຈາສັນຕິພາບເປີດກວ້າງໃນອະນາຄົດ.
ທ່າກ່ຳປັ່ນ Hodeidah ແມ່ນຢູ່ພາຍໃຕ້ການຄວບຄຸມຂອງບັນດາມືປືນ Al Houthi. ນີ້ແມ່ນປະຕູຕົ້ນຕໍເພື່ອຮັບເຄື່ອງຊ່ວຍເຫຼືອມະນຸດສະທຳຈາກພາຍນອກເຂົ້າເຢແມນ, ແຕ່ສະຖານທີ່ແຫ່ງນີ້ໄດ້ເກີດການປະທະກັນໃນຕະຫຼອດໄລຍະຜ່ານມາ ເຮັດໃຫ້ປະຊາຊົນຫຼາຍຄົນຖືກຍູ້ໃຫ້ຕົກເຂົ້າສະພາບຂາດເຂີນອຶດຫິວ.

