(ພາບ: IRNA/TTXVN)
ນີ້ແມ່ນການບຸກໂຈມຕີຫຼ້າສຸດໃນບັນດາການບຸກໂຈມຕີທາງອາກາດ ທີ່ຈຳກັດ ເຊິ່ງ ວໍຊິງຕັນ ດຳເນີນໃນຊຸມອາທິດມໍ່ໆມານີ້. ບັນດາການບຸກໂຈມຕີ ໄດ້ດຳເນີນໃນຂອບຂະໜາດນ້ອຍ ແລະ ເນັ້ນການຮັກສາຄວາມລັບ ເພື່ອຫຼີກລ້ຽງການສົ່ງສັນຍານວ່າ ອາເມລິກາ ມີແນວຄິດຢາກເຊື່ອມຕໍ່ບັ້ນຮົບການທະຫານຂະໜາດໃຫຍ່ແນໃສ່ ອີຣານ.
ແລະກໍ່ໃນວັນດຽວກັນ, ທ່ານ Trump, ປະທານາທິບໍດີ ອາເມລິກາ ກໍ່ສະແດງຄວາມເຊື່ອໝັ້ນວ່າ ອີຣານ ແລະ ອາເມລິກາ ອາດຈະບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ຢຸດຕິການປະທະກັນຢູ່ ຕາເວັນອອກກາງ. ຫວ່າງມໍ່ໆມານີ້, ການນຳ ອາເມລິກາ ປະກາດວ່າ ວໍຊິງຕັນ ບໍ່ມີເຈດຈຳນົງບຸກໂຈມຕີ ເຕເຮຣານ ກ່ອນການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ. ທ່ານ JD Vance, ຮອງປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າ ໄດ້ບັນລຸ “ຄວາມຄືບໜ້າຈຳນວນໜຶ່ງ” ໃນການປຶກສາຫາລືລະຫວ່າງ ອາເມລິກາ ແລະ ອີຣານ ເພື່ອແນໃສ່ຢຸດຕິການປະທະກັນ.
