ຕາມ​ເວັບ​ໄຊ Al Arabiya (alarabiya.net) ວັນ​ທີ 15 ສິງ​ຫາ, ບັນ​ດາ​ການ​ປະ​ທະ​ກັນ​ລະ​ຫວ່າງ​ກອງ​ທັບ​ລັດ​ຖະ​ບານ ເຢ​ແມນ ແລະ ກຳ​ລັງ ຮູ​ທີ ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ເຂດ. ພິ​ເສດ, ກອງ​ທັບ ເຢ​ແມນ ຍັງ​ນຳ​ໃຊ້​ເຮືອ​ບິນບໍ່​ມີ​ຄົນ​ຂັບ (UAV) ເພື່ອ​ບຸກ​ໂຈມ​ຕີ​ບັນ​ດາ​ສະ​ຖານ​ທີ່​ຂອງ​ກຳ​ລັງ ຮູ​ທີ ຢູ່​ແຂວງ al-Jawf ທາງ​ທິດ​ຕາ​ເວັນ​ອອກ.

ທ່ານ ວາທີນາຍພົນ Sadiq al-Asri, ສັງກັດ​ຢູ່​​ວິ​ທະ​ຍາ​ຄານທະຫານ​ອາ​ກາດ ແລະ ປ້ອງ​ກັນ​ອາ​ກາດ ເຢ​ແມັນ ໃຫ້​ຮູ້​ວ່າ ເລື່ອງ​ນຳ​ໃຊ້ UAV ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ຄືນ​ໃໝ່ ແລະ ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ກຳ​ລັງ​ກອງ​ທັບ​ອາ​ກາດ​ປະ​ເທດນີ້. ທ່ານກໍ່​ໃສ່​ໃຈ​ວ່າ ການ​ກະ​ທຳ​ນີ້​ດຳ​ເນີນ​ໄປ​ພ້ອມ​ກັບ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຍົກ​ລະ​ດັບ​ເຮືອ​ບິນ​ສູ້​ຮົບ​ຄືນ​ໃໝ່ ແລະ ພັດ​ທະ​ນາ​ລະ​ບົບ​ລູກ​ສອນ​ໄຟ​ໄລ​ຍະ​ກາງ.

ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະ​ຫານທີ່​ເພີ່ມ​ຂຶ້​ນ​ຢູ່ ເຢ​ແມນ, ວັນ​ທີ 13 ສິງ​ຫາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ເຢ​ແມນ.