ວັນ​ທີ 25 ສິງ​ຫາ, ທ່ານ Marco Rubio, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແຈ້ງ​ໃຫ້​ຄູ່​ຮ່ວ​ມ​ມື​ສາ​ກົນ​ຈຳ​ນວນ​ໜຶ່ງ​ຊາບ​​ວ່າ ປະ​ຈຸ​ບັນ ວໍ​ຊິງ​ຕັນ ບໍ່​ຄາດ​ຄະ​ເນ​ດຳ​ເນີນ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່, ແຕ່ກໍ່​ບໍ່​ຍົກ​ເວັ້ນ​ຈະ​ມີ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ຖ້າ​ຫາກວ່າ ເຕ​ເຮ​ຣານ ເປັນ​ເຈົ້າ​ເຊື່ອມ​ຕໍ່​ການ​ປະ​ທະ​ກັນ. ວິ​ທີການ​ເຂົ້າ​ເຖິງ​ນີ້​ໄດ້​ຮັບ​ຖື​ວ່າ ​ຈະຮັກ​ສາໄວ້ຢ່າງໜ້ອຍສຸດແມ່ນ​ຮອດ​ກ່ອນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ອາ​ເມ​ລິ​ກາ ໃນ​ຕົ້ນ​ເດືອນ ພະ​ຈິກ.

ຈຸດ​ສຸມ​ໃນ​ເບື້ອງຕົ້ນ​ຂອງ ອາ​ເມ​ລິ​ກາ ແມ່ນ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ການ​ເດີນ​ທາງ​ໄປ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz. ໃນ​ວັນ​ດຽວ​ກັນ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖະ​ແຫຼງວ່າ ທຸ່ນ​ລະ​ເບີດ​ທັງ​ໝົດ​ຢູ່​ເຂດ​ທະ​ເລ​ສາ​ກົນ​ຂຶ້​ນ​ກັບ​ຊ່ອງ​ແຄບ​ໄດ້​ທຳ​ລາຍ ຫຼື ເກັບອອກ​ແລ້ວ, ພ້ອມ​ກັນ​ນັ້ນ ກໍ​ກ່າວ​ເຕືອ​ນ​ວ່າ ບໍ່​ວ່າ​ກຳ​ປັ່ນ​ໃດທີ່ປ່ອຍ​ທຸ່ນ​ລະ​ເບີດ​ລົງ​ອີກ​ ກໍລ້ວນ​ແຕ່​ອາດ​ຈະ​ຖືກ​ບຸກ​ໂຈມ​ຕ​ີ.