ການພົບປະແລກປ່ຽນບັນດາແບບຢ່າງດີເດັ່ນ

ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານ ຫງວຽນເທ໋ກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ເຈີ່ນບີ່ງມິງ, ຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາແບບຢ່າງດີເດັ່ນເຂົ້າຮ່ວມ.

ບັນດາຜູ້ແທນເຂົ້າຮ່ວມງານພົບປະແລກປ່ຽນຢູ່ໃນຂົງເຂດຕ່າງໆ. ອ້າຍຄູໜຸ່ມ ເຈີ່ນຫືວໂລກ, ຢູ່ມະຫາວິທະຍາໄລກະສິກຳ - ປ່າໄມ້ ນະຄອນໂຮ່ຈີມິນ ມີບັນດາການຄົ້ນຄ້ວາແທດຈິງຊ່ວຍໃຫ້ຜູ້ລ້ຽງກຸ້ງ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະ 2010 -2013, ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ຮ່ຳຮຽນຈາກປະທານ ໂຮ່ຈີມິນ ກ່ຽວກັບແນວຄິດສາກົນ. ໃນວິວັດແຫ່ງການຄົ້ນຄ້ວາ, ເຮັດວຽກຂອງຕົນບໍ່ພຽງແຕ່ເຮັດວຽກກັບຊາວກະສິກອນ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດວຽກກັບຊາວກະສິກອນສາກົນອີກດ້ວຍ. ບໍ່ພຽງແຕ່ເຮັດວຽກກັບບັນດານັກວິທະຍາສາດ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດວຽກກັບບັນດານັກວິທະຍາສາດ, ບໍລິສັດ, ອົງການຄົ້ນຄ້ວາສາກົນອີກດ້ວຍ. ບົນພື້ນຖານນັ້ນ, ສ້າງການຮ່ວມສຳພັນຊ່ວຍກັນແບ່ງປັນຂໍ້ມູນຂ່າວສານວິທະຍາສາດ, ເຕັກໂນໂລຢີ, ນັບທັງແຫຼ່ງກຳລັງ, ຈາກນັ້ນຊ່ວຍພັດທະນາວິທະຍາສາດ.”