ການ​ພົວ​ພັນ​ດ້ານ​ການ​ເມືອງ​ລະ​ຫວ່າງ ຫວຽດ​ນາມ ແລະ ນິວ​ຊີ​ແລນ ນັບ​ມື້​ນັບ​ມື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ. ​ທ່ານ ເຈິ່ນ​ຫາຍ​ເຮົ້າ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ໄໝ​ທຳ​ອິດ​ປະ​ຈຳ ນິວ​ຊີ​ແລນ (2003 – 2007) ເນັ້​ນ​ໜັກ​ຄື​ແນວນັ້ນ ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ ອົດ​ສະ​ຕາ​ລີ ຂອງ​ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຈິ່ນ​ຫາຍ​ເຮົ້າ ແລ້ວ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ນິວ​ຊີ​ແລນ ໄດ້​ເອົາ​ໃຈ​ໃສ່​ໃນ​ຫຼາຍ​ຂົງ​ເຂດ, ຄື: ການ​ຄ້າ - ການ​ລົງ​ທຶນ, ການ​ສຶກ​ສາ - ບຳ​ລຸງ​ສ້າງ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ເຈິ່ນ​ຫາຍ​ເຮົາ ແລ້​ວ, ຄວາມ​ສາມ​າດ​ບົມ​ຊ້ອນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດຍ​ັງ​ໃຫຍ່​ຫຼວງ​ຢູ່ ແລະ ເປົ້າ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ໃຫ້​ບັນ​ລຸ 3 ຕື້ USD​ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ສາ​ມາດ​ບັນ​ລຸ​ໄດ້.

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້​ນ​ວ່າ ດ້ວຍ​ການ​ຢ້ຽມ​ຢາມ​ມີ​ຂອບ​ຂະ​ໜາດ​ປະ​ຫວັດ​ສາດ​ຂອງ​​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ, ແນ່ນອນ​ວ່າ 2 ຝ່າ​ຍ​ຈະ​ບັນ​ລຸ​ໄດ້​ຫຼາຍ​ຂໍ້​ຕົກ​ລົງ​ຮ່​ວມ​ມື​ໃໝ່​ໃນ​ຫຼາຍ​ຂົງ​ເຂດ, ເພື່ອ​ແນ​ໃສ່​ຜັນ​ຂະ​ຫາຍ​ບັນ​ດາ​ເນື້ອ​ໃນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ ເຊິ່ງ​ລະ​ອຽດ​ແມ່ນ​ໂຄງ​ການກ​ະ​ທຳ​ໄລ​ຍະ 2025 – 2030. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນິວ​ຊີ​ແລນ ຈະ​ຕອບ​ສະ​ໜອງ​ບັນ​ດາ​ຂົ​ງ​ເຂດ​ເຊິ່ງ ຫວຽດ​ນາມ ມີ​ຄວາມ​ສົ​ນ​ໃຈ, ຄື: ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ນະ​ວັດ​ຕະ​ກຳ..., ສະ​ໜັບ​ສະ​ໜູນ, ສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ”.