ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອັກ (ພາບ: TTXVN) |
ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ໃຫ້ຮູ້ວ່າ:
“ຍາດແຍ່ງບັນດາແຫຼ່ງກຳລັງສາກົນ ຮັບໃຊ້ໃຫ້ໜ້າທີ່ພັດທະນາ. ລັດຖະບານໄດ້ວາງອອກຄາດໝາຍ ເຮັດແນວໃດ ຕ້ອງບັນລຸໄດ້ການເຕີບໂຕ GDP ແຕ່ 6,7% ຂຶ້ນໄປ. ຂ້າພະເຈົ້າ ຄິດວ່າ ນີ້ແມ່ນສິ່ງທ້າທາຍໃຫຍ່ຫລວງ ແລະ ການພົວພັນຕ່າງປະເທດຈະສວມບົດບາດສຳຄັນໃນການຊຸກຍູ້, ເປີດກ້ວາງບັນດາຕະຫລາດສົ່ງອອກ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ ແລະ ສືບຕໍ່ຍົກສູງທີ່ຕັ້ງ, ບົດບາດຂອງ ຫວຽດນາມ ບົນເວທີສາກົນ .”

