ທ່ານ David Devine ອະດີດເອກອັກຄະລັດຖະທູດການາດາປະຈຳຫວຽດນາມຕອບສຳພາດນັກຂ່າວສຳນັກຂ່າວສານຫວຽດນາມປະຈຳການາດາ

(ພາບ: Quang Thinh/TTXVN)

ຕາມທ່ານ David Devine ອະດີດເອກອັກຄະລັດຖະທູດການາດາປະຈຳຫວຽດນາມ ແລ້ວ, ການຢ້ຽມຢາມໄດ້ດຳເນີນໃນສະພາບການທີ່ການພົວພັນລະຫວ່າງສອງປະເທດພວມມີບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນ ແລະ ເປີດອອກແງ່ຫວັງໃໝ່ຫຼາຍຢ່າງ, ພ້ອມທັງສະແດງໃຫ້ເຫັນເຖິງການຕີລາຄາສູງຂອງບັນດາປະເທດສະມາຊິກ G7 ສຳລັບຫວຽດນາມໃນການຊອກຫາວິທີການແກ້ໄຂໃຫ້ແກ່ບັນດາບັນຫາທົ່ວໂລກ.

ຕາມທ່ານອະດີດເອກອັກຄະລັດຖະທູດ, ການຮ່ວມມືດ້ານການສຶກສາ ແມ່ນໜຶ່ງໃນບັນດາຂົງເຂດພົ້ນເດັ່ນໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ - ການາດາ. ປັດຈຸບັນ, ບາງມະຫາວິທະຍາໄລຂອງການາດາ ຢາກດຶງດູດເອົານັກສຶກສາຈາກຫວຽດນາມຕື່ມອີກ, ພ້ອມທັງພວມຄິດໄລ່ຊັ່ງຊານຳບາງຫຼັກສູດການສອນຂອງຫວຽດນາມ.

ທ່ານອະດີດເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ການາດາ ພວມພະຍາຍາມເປີດກວ້າງດ້ານການຄ້າກັບຫວຽດນາມ ຕາມແຕ່ລະກຸ່ມ, ຂະແໜງສິນຄ້າ ແລະເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍ, ສອງປະເທດຈະມີກາລະໂອກາດ ຂຸດຄົ້ນຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ຊຸກຍູ້ການພັດທະນາຮອບດ້ານກວ່າອີກ.