ການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນ ຕົວຕົນ ອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນໜ້າທີ່ ການເມືອງ ພິເສດ ສິ່ງນີ້ ໂດຍທ່ານ ພົນເອກ ຫງວຽຈ້ອງເຫງຍ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ, ເນັ້ນໜັກ ໃນການຕອບສໍາພາດຕໍ່ນັກຂ່າວວິທະຍຸ ກະຈາຍສຽງ ຫວຽດນາມ (VOV), ກ່ຽວກັບ ບັ້ນເຄື່ອນໄຫວ "500 ວັນ-ຄືນ" ຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຕົວຕົນ ອັດຖິ . ຕາມທ່ານ ພົນເອກ ຫງວຽນຈ້ອງເຫງຍແລ້ວ, ບັ້ນເຄື່ອຍໄຫວນີ້ແນ່ໃສ່ເສີມຂະຫຍາຍ ກຳລັງແຮງ ສັງລວມຂອງທົ່ວລະບົບການເມືອງ ເພື່ອປະຕິບັດ ໜ້າທີ່ການເມືອງ ພິເສດ ແລະສັກກະລະບູຊາ ແມ່ນການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນ ຕົວຕົນ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ປະກອບສ່ວນ ສະແດງຄວາມຮູ້ບຸນຄຸນ ຕໍ່ຄຸນງາມຄວາມດີ ອັນໃຫຍ່ຫຼວງຂອງບັນດາ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຍາດຕິພີ່ນ້ອງ ຂອງບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານໃຫ້ຮູ້ວ່າ
“ກວ່າ ເຄິ່ງສະຕະວັດ ອາດຈະແມ່ນ ໄລຍະເວລາຍາວທີ່ສຸດ ສຳລັບ ຊົ່ວອາຍຸຄົນ, ແຕ່ການລໍຖ້າ ຂອງ ຜູ້ເປັນແມ່, ເປັນພໍ່, ເປັນເມຍ, ເປັນລູກ ແລະ ບັນດາ ເພື່ອນຮ່ວມກົມກອງຕໍ່ບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດນັ້ນ, ແມ່ນບໍ່ມີວັນ ຢຸດເຊົາເທື່ອ. ແຕ່ລະຂໍ້ມູນ ທີ່ໄດ້ຮັບ ການຢັ້ງຢືນ, ແຕ່ລະ ອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ສົ່ງກັບເມືອ ບ້ານເກີດເມືອງນອນ ແມ່ນການເຕົ້າໂຮມ ທີ່ສັກສິດ ແລະ ມີຄວາມໝາຍທີ່ສຸດ. ຍ້ອນແນວນັ້ນບັ້ນເຄື່ອນໄຫວ “500 ວັນ-ຄືນ”, ບໍ່ພຽງແຕ່ ແມ່ນບັ້ນເຄື່ອນໄຫວຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນ ຕົວຕົນ ອັດຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດເທົ່ານັ້ນ; ຫາກຍັງແມ່ນ ຄວາມຮັບຜິດຊອບ, ຄວາມຮູ້ບຸນຄຸນ ແລະ ນ້ຳໃຈ ຂອງເພື່ອນຮ່ວມກົມກອງອີກດ້ວຍ.”
