ທ່ານ ດ່າວງອກຢູງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ |
ເພື່ອປະຕິບັດຫນ້າທີ່ແກ້ໄຂວຽກເຮັດງານທຳ, ເປີດກວ້າງຕາຫນ່າງການສອນວິຊາຊີບ, ຮັບປະກັນຊີວິດສັງຄົມ. ໃນການເຄື່ອນໄຫວສອນວິຊາຊີບ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ສຸມໃສ່ວາງແຜນກຳນົດຕາຫນ່າງບັນດາຮາກຖານ, ສ້າງກົນໄກຄຸ້ມຄອງດ້ວຍຕົນເອງ, ເຊື່ອມຕໍ່ວິສາຫະກິດ, ຫັນຖັນແຖວຄູອາຈານຕາມມາດຕະຖານ. ພິເສດ ຂະແຫນງຈະສຸມໃສ່ຍົກສູງຄຸນນະພາບ, ຄຸນສົມບັດ, ຄວາມສຸດຈິດສຸດໃຈຂອງພະນັກງານ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຊຸກຍູ້ການປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມຢ່າງຮອບດ້ານ, ຄົບຊຸດ.

