(ພາບ: TTXVN)
ຕາມ Amazon Global Selling ຫວຽດນາມ, ຫົວໜ່ວຍຈັດກອງປະຊຸມແລ້ວ, ການສົ່ງອອກຜ່ານການຄ້າເອເລັກໂຕນິກພວມກາຍເປັນກຳລັງໜູນເຕີບໂຕໃໝ່ຂອງເສດຖະກິດດີຈີຕອນ ຫວຽດນາມ. ທ່ານ Larry Hu, ຫົວໜ້າຝ່າຍບໍລິຫານ Amazon Global Selling ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖືວ່າ ການເຕີບໂຕໃນການສົ່ງອອກຂອງ ຫວຽດນາມ ໃນໄລຍະຈະມາເຖິງ ຈະບໍ່ພຽງແຕ່ອີງໃສ່ຂອບເຂດການຜະລິດເທົ່ານັ້ນ, ຫາກຍັງໃນຄວາມສາມາດສ້າງເຄື່ອງໝາຍການຄ້າ ແລະ ສ້າງຜະລິດຕະພັນທີ່ມີຄວາມແຕກຕ່າງກັນ. ນັບມື້ນັບມີວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ພວມຫັນປ່ຽນຈາກບົດບາດຜະລິດແບບດັ້ງເດີມ ໄປສູ່ນະວັດຕະກຳ, ພ້ອມກັນນັ້ນກໍ່ເຂົ້າເຖິງລູກຄ້າໃນທົ່ວໂລກໂດຍກົງ.
