ຕອນທ່ຽງວັນທີ 05 ກັນຍາ, ຢູ່ ຮ່າໂນ້ຍ, ທີ່ການໂອ້ລົມສົນທະນາກັບ ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືການຮ່ວມມືຮອບດ້ານ ຫວຽດນາມ - ມຽນມາ, ປາດຖະໜາວ່າປະເທດມຽນມາ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
ການນຳ 2 ທ່ານໄດ້ແບ່ງປັນກ່ຽວກັບບົດບາດຂອງອົງການນິຕິບັນຍັດໃນລະບົບການເມືອງ ແລະ ວິວັດການພັດທະນາຂອງແຕ່ລະປະເທດ. ການຳ 2 ທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການທູດລັດຖະສະພາໄດ້ສວມບົດບາດສຳຄັນໃນການພົວພັນຂອງ 2 ປະເທດ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜ່ານນັ້ນ ກໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.
ກ່ຽວກັບການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະ, ແບ່ງປັນບົດຮຽນລະຫວ່າງບັນດາອົງການວິຊາສະເພາະ, ກຳມາທິການ, ກຸ່ມສະມາຊິກລັດຖະສະພາ; ເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສະພາແຫ່ງຊາດ 2 ປະເທດຢ່າງມີປະສິດທິຜົນ.
