​ຈຸດ​ເດັ່ນ​ຂອງ​ເຫດ​ການ​ນີ້​ແມ່ນ​ພື້ນ​ທີ່ຈັດວາງ​ “ເບ໋ນ​ແກ່​ເຈິ້ - ເຮືອ​ບັນ​ທຸກ​ສິ່ງ​ຍອດ​ຢ້ຽມ​”, ດ້ວຍ​ຮູບ​ເຮືອທີ່​ບັນ​​ທຸກ​ຜະ​ລິດ​ຕະ​ພັນ​ເຄື່ອງ​ປັ້ນ​ດິນ​ເຜົາ​, ເຄື່ອງ​ຈັກ​ສານ ແລະ ຜະ​ລິດ​ຕະ​ພັນ “ຝຸງ​ປາ​ເຕົ້າ​ໂຮມ​” ເຊິ່ງ​ລວມ​ມີ​ຮູບສັນ​ຍາ​ລັກ​ປາ 200 ໂຕ​ທີ່​ເຮັດ​ດ້ວຍ​ເຄື່ອງ​ປັ້ນ​ດິນ​ເຜົາ​, ເຄື່ອງ​ຈັກ​ສານ ແລະ ໄມ້​.

​ບໍ່​ພຽງ​ແຕ່​ໄດ້ຢ້ຽມ​ຊົມ​​, ຊອກ​ຮູ້​ຜະ​ລິດ​ຕະ​ພັນ​​ຂອງ​ໝູ່​ບ້ານອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ​, ມະ​ຫາ​ຊົນ​ຍັງ​ໄດ້​ພົບ​ປະ​ກັບ​ບັນ​ດາ​ນັກ​ສິ​ລະ​ປະ​ການ​, ໄດ້​​ສຳ​ຜັດ​ໂດຍ​ກົງ​ກັບ​ອາ​ຊີບ​ຈັກ​ສານ​,ປັກ​ແສ່ວ​, ​ເຮັດດິນ​ເຜົາ ອີກ​ດ້ວຍ​.

​ລາຍ​ການ​ ສຳຜັດ​ກັບ​ວັດ​ທະ​ນະ​ທຳ “ເຕົ້າ​ໂຮມ​ສິ່ງ​ຍອດ​ຢ້ຽມ​” ຈັດ​ຂຶ້ນ​ແຕ່​ວັນ​ທີ 3 ພະ​ຈິກ 2026 ຮອດ​ວັນ​ທີ 3 ມັງ​ກອນ 2027 ຢູ່​ສູນ​ຂ້ໍ​ມູນ​ວັດ​ທະ​ນະ​ທຳ ໂຮ່​ເກືອມ​, ເຮືອນ​ເລກ​ທີ 2 ຖະ​ໜົນ ເລ​ທ໋າຍ​ໂຕ໋​, ​ຕາ​ແສງ ຮ່ວານ​ກ໋ຽມ​, ຮ່າ​ໂນ້ຍ.