ການ​ຮ່​ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຟ້າມ​ຢາ​ຕຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປ​ະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ວັນ​ທີ 17 ກໍ​ລະ​ກົດ, ຢູ່​ ຮ່າ​ໂນ້ຍ, ທີ່​ການ​ເຮັດ​ວຽກ​ກັບ​ຜູ້​ຕາງ​ໜ້າ​ສະ​ຫະ​ສະ​ມາ​ຄົມ ແລະ ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຈຳ​ນວນ​ໜຶ່ງ​ທີ່​ພວມ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.

ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຟ້າມ​ຢາ​ຕຸກ ແລ້ວ, ລັດ​ຖະ​ບານ ຫວຽດ​ນາມ ຖື​​ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ແມ່ນ​ບັນ​ດາ​ນັກ​ລົງ​ທຶນ, ຄູ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ເທົ່າ​ນັ້ນ, ຫາ​ກ​ຍັງ​ແມ່ນບັນ​ດາ​ຄູ່​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ ຫວຽດ​ນາມ ປ່ຽນ​ແປງ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຊຸກ​ຍູ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ​ອີກ​ດ້ວຍ.

ສ່ວນ​ຜູ້​ຕາງ​ໜ້າບັນ​ດາວ​ິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ຕີ​ລາ​ຄາ​ສູງ​ເລື່ອງ ຫວຽດ​ນາມ ປະ​ກາດ​ໃຊ້ມະ​ຕິ​ສະ​ບັບ​ຕ່າງໆ​ເພື່ອ​ຊຸກ​ຍູ້ບັນ​ດາ​ກຳ​ລັງ​ໜູນ​ພັດ​ທະ​ນ​າ​ໃໝ່ ແລະ ຖື​ວ່າ ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ສົ່ງ​ເສີມ​ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດຢູ່ ຫວຽດ​ນາມ. ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ພ້ອມ​ກັບລັດ​ຖະ​ບານ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ເປົ້າ​ໝາຍ​ການເຕີບ​ໂຕ 2 ຕົວ​ເລກ.