(ພາບ: qdnd.vn)
ຕອນເຊົ້າວັນທີ 21 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມວິທະຍາສາດສາກົນກ່ຽວກັບບົດຮຽນ ແລະ ຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນການຍັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຜ່ານການກວດວິໄຈ ADN, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານຈາກ ອາເມລິກາ, ຄະນະກຳມະການສາກົນກ່ຽວກັບ ຜູ້ຫາຍສາບສູນ ແລະ ຜູ້ຕາງໜ້າບັນດາອົງການຂອງ ຫວຽດນາມ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຫງວຽນວັນເກົາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ສະເໜີເພີ່ມທະວີການຮ່ວມມືກັບສາກົນໃນການຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍົກສູງຄຸນນະພາບການກວດວິໄຈ ແລະ ຄ່ອຍໆເປັນເຈົ້າບັນດາເຕັກນິກທີ່ກ້າວໜ້າ.
"ສຸມໃສ່ແລກປ່ຽນບັນດາຄວາມຮຽກຮ້ອງ, ມາດຕະການເກັບຮັກສາຕົວຢ່າງໃນໄລຍະຍາວ; ຄວາມສາມາດນຳໃຊ້ເຕັກໂນໂລຊີການຈັດລຳດັບ gen ລຸ້ນໃໝ່ ແລະ ບັນດາເຕັກນິກການກວດວິໄຈສຳລັບອັດຖິທີ່ເຊື່ອມໂຊມ. ບົນພື້ນຖານຄວາມຕ້ອງການຂອງ ຫວຽດນາມ ແລະ ທ່າແຮງຂອງບັນດາຄູ່ຮ່ວມມື, ແມ່ນໄດ້ສະເໜີເນື້ອໃນຮ່ວມມືລະອຽດກ່ຽວກັບການບຳລຸງສ້າງຊັບພະຍາກອນມະນຸດ, ການຖ່າຍທອດເຕັກນິກ, ໜູນຊ່ວຍວິຊາສະເພາະ ແລະ ການຄົ້ນຄວ້ານຳໃຊ້".
ບັນດາບົດຮຽນ ແລະ ຂໍ້ສະເໜີແນະທີ່ກອງປະຊຸມ ຈະປະກອບສ່ວນຍົກສູງກຳລັງຄວາມສາມາດໃນການກວດວິໄຈ ADN, ຊຸກຍູ້ການຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊິວິດເພື່ອຊາດ, ຕອບສະໜອງຄວາມປາດຖະໜາຂອງຍາດຕິພີ່ນ້ອງ ແລະ ປະຕິບັດວຽກງານສະແດງຕອບບຸນແທນຄຸນໃຫ້ເປັນຢ່າງດີ.
