(ພາບປະກອບຈາກ VnExpress)

ນັກກິລາ ວັນຫວີເລືອງ ຄ້ວາໄດ້ຫຼຽນຄຳ ໂດຍແມ່ນປະເພດກິລາ ໂດດມ້າ ນອກນັ້ນ, ນັກກິລາຜູ້ນີ້ກໍ່ຍັງຄ້ວາໄດ້ຫຼຽນເງິນໃນລາຍການໂດດຜ່ານບ້ວງ ແລະ ຫຼຽນທອງ ໃນລາຍການໂດດເສລີ. ໃນຂະນະນັ້ນ, ນັກກິລາ ຫງວຽນວັນແຄ໋ງຟອງ ກໍ່ຄ້ວາໄດ້ຫຼຽນຄຳ ປະເພດກິລາໃນບາໂຫນຄູ່ ແລະ ຫຼຽນເງິນໃນການແຂ່ງຂັນໃນປະເພດກິລາ ໂດດມ້າ. ໃນການໂດດມ້າຜ່ານບ້ວງ, ນັກກິລາ ດັ້ງງອກຊວນທ້ຽນ, ຄ້ວາໄດ້ຫຼຽນຄຳ ແລະ ນັກກິລາ ຫງວຽນເຟືອກຫາຍ ຄ້ວາໄດ້ຫຼຽນຄຳ ໃນປະເພດກິລາບາໂຫນຄູ່. ນອກຈາກນັ້ນ, ດັ້ງງອກຊວນທ້ຽນ ກໍ່ຄ້ວາໄດ້ຫຼຽນເງິນ 2 ຫຼຽນໃນລາຍການເສລີ ແລະ ລາຍການບາໂຫນ ແລະ ຫຼຽນທອງ 1 ຫຼຽນໃນລາຍການຮອບດ້ານ.