ທ່ານປະທານປະເທດເຈີນດ້າຍກວາງແລະພັນລະຍາຕ້ອນຮັບ
ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ |
(vovworld)- ຫາງສຽງ ແລະ ສື່ມວນຊົນຍີ່ປຸ່ນ ມີຄວາມສົນໃຈເປັນພິເສດເຖິງການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງທຳອິດຂອງພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ ແຕ່ວັນທີ 28/2-5/3/2017. ຫນັງສືພິມສຳຄັນຂອງຍີ່ປຸ່ນຫລາຍສະບັບໄດ້ລົງພິມຮູບພາບຂອງ ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ ໄດ້ຮັບການຕ້ອນຮັບຢ່າງສົມກຽດຢູ່ຫວຽດນາມ ກໍຄືໃຫ້ຂ່າວກ່ຽວກັບການຢ້ຽມຢາມ.
ສຳນັກຂ່າວສານ Kyodo ລົງພິມຂ່າວໃຫ້ຮູ້ວ່າ: ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ປາດຖະຫນາຢາກເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເລິກເຊິ່ງຂຶ້ນຕື່ມ. ສື່ມວນຊົນ ຍີ່ປຸ່ນ ໃຫ້ຮູ້ວ່າ: ຫວຽດນາມ ແລະ ຍີ່ປຸ່ນ ແມ່ນບັນດາຄູ່ຮ່ວມມືຍຸດທະສາດ ແລະ ປະຈຸບັນ ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວຫນ້າຂອງຫວຽດນາມ ແມ່ນແມ່ນປະເທດສະຫນອງທຶນ ODA ຫລາຍສຸດ. ວິທະຍຸ NHK ຂອງຍີ່ປຸ່ນ ຖືວ່າ ການຢ້ຽມຢາມຄັ້ງນີ້ຂອງ ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ຈະສ້າງຈຸດໃຫມ່, ຮູບພາບຂະຫຍັນຂັນເຄື່ອນ, ຄົບຖ້ວນຂອງສາຍພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນສະພາບການປະຈຸບັນ ແລະໃນອະນາຄົດ.
![]() ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີພົບປະກັບອະດີດນັກສຶກສາຫວຽດນາມ ຢູ່ຍີ່ປຸ່ນ
|
ກ່ຽວຂ້ອງເຖິງການຢ້ຽມຢາມຫວຽດນາມຂອງ ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ, ຕອນເຊົ້າວັນທີ 2/3 ຢູ່ ວັນມຽວ ກວກຕືຢາມ ທີ່ຮ່າໂນ້ຍ, ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ ໄດ້ພົບປະແລກປ່ຽນກັບບັນດາອະດີດນັກສຶກສາຫວຽດນາມມີໄລຍະເວລາຮ່ຳຮຽນ ຢູ່ ຍີ່ປຸ່ນ. ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ ໄດ້ຢື້ຢາມຖາມຂ່າວ, ໂອ້ລົມກັບບັນດາອະດີດນັກສຶກສາຫວຽດນາມ ແລະ ແບ່ງປັນຄວາມຫຍຸ້ງຍາກ, ບົດຮຽນໃນການຮຽນພາສາຍີ່ປຸ່ນ ກໍຄືການປະກອບສ່ວນຂອງບັນດາອະດີດນັກສຶກສາໃຫ້ແກ່ການພັດທະນາປະເທດຫວຽດນາມ ແລະ ສາຍພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ພະເຈົ້າຈັດກະພັດ ຍີ່ປຸ່ນ Akihito ແລະ ພະມະເຫສີ ອວຍພອນໃຫ້ບັນດາອະດີດນັກສຶກສາຫວຽດນາມ ຢູ່ຍີ່ປຸ່ນ ສຳເລັດຫນ້າທີ່ວຽກງານຂອງຕົນເປັນຢ່າງດີ ແລະ ສືບຕໍ່ເປັນຂົວຕໍ່ເພື່ອເພີ່ມພູນຄູນສ້າງໃຫ້ສາຍພົວພັນລະຫວ່າງສອງປະເທດຫວຽດນາມ - ຍີ່ປຸ່ນ ນັບມື້ນັບດີງາມກວ່າ.

