ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ ກະ​ສັດ ແດນ​ມາກ Frederik X ແລະ ພະມະ​ຫາ​ເຫ​ສີ, ທ່ານ​​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບພັນ​ລະ​ຍາ ​ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຈະເດີນທາງ​ໄປ​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ຢູ່ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ ແຕ່​ວັນ​ທີ 19 – 21 ຕຸ​ລາ 2026. ທ່ານ ນາງ ຫງວຽນ​ເລ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ​ສ​ສ.ຫວຽດ​ນາມ ປະ​ຈຳ ແດນ​ມາກ ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ​ແດ​ນ​ມາກ ​ຄັ້ງ​ທຳ​ອິດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບ​ໍລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ການ​ຢ້ຽມ​ຢາມ​ໄດ້​ດຳ​ເນີນກົງ​ກັບ​ຈຸດເວລາ ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 55 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ.

ການ​ຢ້ຽມ​ຢາມ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ສຳ​ຄັນ​ໃນ​ກາ​ນ​ພົວ​ພັນ​ສອງ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ, ພ້ອມ​ທັງ​ສ້າງ​ກຳ​ລັງ​ໜູນ​ໃໝ່, ນຳ​ການ​ພົວ​ພັນ ຫວຽດ​ນາມ ແລະ ແດນ​ມາກ​ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສອງ​ປະ​ເທດ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່, ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ເພື່ອ​ແນ​ໃສ່​ເປີດກວ້າງ ແລະ ເຮັດ​ໃຫ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ສຳ​ຄັນ​ເລິກ​ເຊິ່ງກວ່າ​ອີກ, ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຈາກ​ເສດ​ຖະ​ກິດ​ການ​ຄ້າ​ການ​ລົງ​ທຶນ, ພະ​ລັງ​ງານ, ການບຳ​ລຸ​ງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ໄປ​ສູ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ເຕີ​ບ​ໂຕ​ສີຂຽວ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ໄດ້ສົ່ງສານທີ່ເຂັ້ມແຂງກ່ຽວກັບແນວ​ທາງການຕ່າງປະເທດຂອງ ຫວຽດ​ນາມ ໃນໄລຍະພັດທະນາໃໝ່​ຂອງ​ຊາດ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ​ກໍ​ຄືເປີດກວ້າງຂອບ​ເຂດ​ການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກໍາ, ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ, ຮັບໃຊ້ໃຫ້​ແກ່​ພາ​ລະ​ກິດແຫ່ງການກໍ່ສ້າງ, ພັດທະນາປະເທດຊາດ. ການຢ້ຽມຢາມຄັ້ງນີ້ ຍັງເປັນໂອ​ກາດ​ເພື່ອໃຫ້ ຫວຽດນາມ, ເດນມາກ, ສະຫະພາບ ເອີລົບ ແລະ ແບນຊິກ ຍົກລະດັບການພົວພັນ, ສ້າງບາດ​ລ້ຽວ​ໃນ​ການຮ່ວມມືຕາມທິດແທດຈິງກວ່າ, ມີປະ​ສິດ​ທິ​ຜົນກວ່າ ບົນ​ພື້ນ​ຖານຄວາມຕັດສິນໃຈທາງດ້ານການເມືອງ​ຢ່າງສູງ, ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ການ​ກຳ​ນົດທິດຍຸດທະສາດ.