ໂດຍໄດ້ຮັບຄຳເຊີນຂອງທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ຝລັ່ງ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ, ແຕ່ວັນທີ 07 – 12 ກັນຍາ. ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບສຳພາດຕໍ່ສືມວນຊົນເນື່ອງໃນໂອກາດການໄປປະຕິບັດງານສຳຄັນນີ້.
ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ຊີ້ແຈ້ງວ່າ:
“ການໄປປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມໝາຍສຳຄັນຍິ່ງ ນັບທັງທາງດ້ານ 2 ຝ່າຍ ແລະ ຫຼາຍຝ່າຍ ແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງແຮງ, ຜ່ານນັ້ນ, ກໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງສະພາບການພົວພັນຕ່າງປະເທດສະດວກໃນສັງກາດພັດທະນາໃໝ່, ພ້ອມກັນນັ້ນກໍ່ລະດົມ, ຍາດແຍ່ງແຫຼ່ງກຳລັງສາກົນໃຫ້ແກ່ການພັດທະນາປະເທດຊາດ”.
