ແຈໜຶ່ງຢູ່ນະຄອນກາວແຫຼງ |
ນີ້ແມ່ນລາງວັນເຊີດຊູບັນດາຄວາມມານະພະຍາຍາມຢ່າງຂາດຂັ້ນໃນການສ້າງນະຄອນຮ່ຳຮຽນ ຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດໃນຊຸມຊົນ. ເລື່ອງນະຄອນກາວແຫຼງໄດ້ຮັບການຮັບຮອງແມ່ນນະຄອນຮ່ຳຮຽນທົ່ວໂລກຈາກ Unesco ນັ້ນ ໄດ້ຊ່ວຍໃຫ້ຊາວນະຄອນມີໂອກາດສະດວກກວ່າເກົ່າໃນການແລກປ່ຽນແນວຄວາມຄິດ, ພູມປັນຍາ ແລະ ບົດຮຽນກັບບັນດານະຄອນສະມາຊິກອື່ນໃນທົ່ວໂລກ, ພ້ອມທັງໄດ້ເຂົ້າເຖິງບັນດານັກຊ່ຽວຊານນັກຄົ້ນຄວ້າ, ນັກຊ່ຽນຊານດ້ານການສຶກສາຂອງUnescoແນໃສ່ອັບເດດລະດັບຄວາມຮູ້ ແລະພຶດຕິກຳຕົວຈິງຢູ່ທີ່ບັນດາກອງປະຊຸມສຳມະນາ, ກອງປະຊຸມຮ່ຳຮຽນທົ່ວໂລກຂອງ Unesco.

