ວັນ​ທີ 14 ກໍ​ລະ​ກົດ, ຕາມ​ເວ​ລາ​ທ​້ອງ​ຖິ່ນ, ໃນ​ເງື່ອນ​ໄຂ​ປະ​ຕິ​ບັດ​ຕົວ​ຈິງ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້​ງ​ຍາກ ແລະ ຈຳ​ກັດ​ກ່ຽວ​ກັບ​ເຄື່ອງ​ອຸ​ປະ​ກອນ​ທາງ​ການ​ແພດ, ບັນ​ດາ​ແພດ​ໝໍ​ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 7 ຂອງ ​ຫວຽດ​ນາມ ຢູ່​ຄະ​ນະ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ປະຈຳ ຊູ​ດັງ​ໃຕ້ ໄດ້​ບົ່ງ​ມະ​ຕິ​ແຕ່​ໄວ, ຊັດ​ເຈນ ແລະ ຜ່າ​ຕັດ​ສຳ​ເລັດ​​ກໍ​ລະ​ນີ​ໄສ້​ຕິ່ງ​ອັກ​ເສບ ກໍລະນີໜຶ່ງໃຫ້​​ທະ​ຫານ​ປະ​ຊາ​ຊົນ ມົງ​ໂກນ ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ UNMISS. ນີ້​ແມ່ນ​ກໍ​ລະ​ນີ​ຜ່າ​ຕັດ​ທີ 27 ຂອງ​ໂຮງໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຄະ​ນະແພດໝໍ​.

ໃນ​ເງື່ອນ​ໄຂ​ທີ່​ເຄື່ອງ​ອຸ​ປະ​ກອນ​ບົ່ງ​ມະ​ຕິ​​ຜ່ານ​ພາບ​ຖ່າຍ​ຢູ່​ສະ​ໜາມປະ​ຕິ​ບັດ​ໜ້າ​ທີ່​ຍັງ​ມີ​ຂໍ້​ຈຳ​ກັດຫຼາຍ​ຢ່າງ, ເລື່ອງ​ກວດ​ພົບ​ໂດຍ​ໄວ, ການປະເມີນ​ອາ​ການ​ຂອງ​ພະ​ຍາດ​ຢ່າງ​ຖືກ​ຕ້ອງ​ ແລະ ຕັດ​ສິນ​ຜ່າ​ຕັດ​ຢ່າງ​ທັນ​ການ​ແມ່ນ​ປັດ​ໄຈ​ສຳ​ຄັນ​ຊ່ວຍ​ໃຫ້​ການ​ຜ່າ​ຕັດ​ປະ​ສົບ​ຜົນ​ສຳ​ເລັດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຄົນ​ເຈັບ.

ນີ້​ກໍ​ແມ່ນ​ພະ​ຍານ​ໃຫ້​ແກ່​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ, ຈັນ​ຍາ​ບັນ​ອາ​ຊີບ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນ​ດາ​ນັກ​ຮົບ​ໃສ່​ໝວກ​ເບເລ່ຟ້າ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ແລະ ປະ​ຊາ​ຄົມ​ສາ​ກົນ​ຢູ່ ຊູ​ດັງ​ໃຕ້.