ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ (ພາບ: TTXVN) |
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ມາຮອດປັດຈຸບັນ, ສະພາບການໂລກລະບາດຢູ່ນະຄອນ ໂຮ່ຈມິນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານ, ຈຳນວນຜູ້ຕິດເຊື້ອກໍມີທ່າອ່ຽງຫຼຸດລົງ. ພາຍຫຼັງວັນທີ 30 ກັນຍາ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຈະເລີ່ມຜ່ອນຜັນມາດຕະການຈຳກັດບໍລິເວນ, ຟື້ນຟູການຜະລິດ, ດຳເນີນທຸລະກິດ. ເຖິງຢ່າງໃດກໍຕາມ, ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ກ່ອນທີ່ບັນດາທ້ອງຖິ່ນບັນລຸພຸມຕ້ານທານໃນຊຸມຊົນ, ກຳລັງທະຫານ ຈະສືບຕໍ່ໃຫ້ການໜູນຊ່ວຍນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ວິສາຫະກິດ ແລະ ປະຊາຄົມຊາວ ອິນໂດເນເຊຍ ອາໄສ ຢູ່ ນະຄອນ ໂຮ່ຈີມິນ ຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ພາບ: dangcongsan.vn) |
ໃນຕອນເຊົ້າຂອງວັນດຽວກັນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ Good Neighbors (ສ.ເກົາຫຼີ) ກໍໄດ້ມອບຂອງຂວັນຈຳນວນ 1.000 ພູດ ດ້ວຍມູນຄ່າ ເກືອບ 22.000 USD ໃຫ້ແກ່ ເມືອງ ເຕິນຝູ.


