ກ່ຳປັ່ນທ່ອງທ່ຽວ MV Hondius ຖືທຸງຊາດ ໂຮນລັງທີ່ບັນທຸກຜູ້ໂດຍສານກວ່າ 140 ຄົນ ແລະ ຄະນະລູກເຮືອ, ວັນທີ 10 ພຶດສະພາ, ໄດ້ເຂົ້າທຽບທ່າ Tenerife ຂອງ ແອັດສະປາຍ, ພາຍຫຼັງທີ່ລ່ອງລອຍຢູ່ທະເລເປັນຫຼາຍມື້ ຍ້ອນກວດພົບກໍລະນີຕິດເຊື້ອໄວຣັດ Hanta ລຸ້ນ Andes ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ລັດຖະບານຫຼາຍປະເທດໄດ້ຮີບເຮັ່ງຜັນຂະຫຍາຍແຜນການຍົກຍ້າຍພົນລະເມືອງ ແລະ ແບບວິທີແຍກອອກຫ່າງຊຸມຊົນ.
ບັນດາຖ້ຽວບິນຍົກຍ້າຍຈຳນວນຜູ້ໂດຍສານດັ່ງກ່າວຄາດວ່າຈະສຳເລັດໃນມື້ນີ້ ແລະ ມື້ອື່ນວັນທີ 11 ພຶດສະພາ. ອາເມລິກາ ແລະ ອັງກິດ ໄດ້ຈັດສົ່ງເຮືອບິນເພື່ອຮັບພົນລະເມືອງກັບເມືອປະເທດ, ໃນຂະນະທີ່ ໂຮນລັງ ໄດ້ສົມທົບກັບ ແອັດສະປາຍ ກະກຽມແບບວີທີເຂົ້າເຖິງ ແລະ ຕິດຕາມກວດກາສາທາລະນະສຸກສຳລັບລູກຄ້າທີ່ຖືສັນຊາດ ໂຮນລັງ ກໍຄືພົນລະເມືອງປະເທດອື່ນຈຳນວນໜຶ່ງ. ບຸກຄົນທີ່ລົງຈາກກ່ຳປັ່ນລຳດັ່ງກ່າວ ພຽງແຕ່ໄດ້ຖືເຄື່ອງອຸປະກອນທີ່ຈຳເປັນ ແລະ ຈະຕ້ອງແຍກຕົວອອກຫ່າງຈາກຊຸມຊົນ.
