ກຳປັ່ນກວດກາການປະມົງຊ່ວຍນຳກ່ຳປັ່ນຫາປາຂອງປະຊາຊົນທີ່ປະສົບອຸບັດຕິດເຫດຈາກເຈື່ອງຊາໄປຍັງດິນຕໍ່ແຜ່ນຢ່າງປອດໄພ (ພາບ: TTXVN) |
ກ່ຳປັນລຳດັ່ງກ່າວປະສົບອຸບັດຕິເຫດແຕ່ຕ່ອນບາຍວັນທີ 19 ກຸມພາ, ເມື່ອກຳລັງຈັບຫາສິນທະເລຢູ່ເຂດຫ່າງຈາກເກາະຊິງໂຕນ, ຕາແສງຊິງໂຕນ, ເມືອງເກາະເຈື່ອງຊາ, ແຂວງແຄ໊ງຮ່ວາ ປະມານ 6 ໄມທະເລໄປທາງທິດຕາເວັນຕົກສ່ຽງເໜືອ. ກ່ຳປັນຖືກເປ່ເພ ຕ້ອງສົ່ງສັນຍານຂໍຄວາມຊ່ວຍເຫຼືອກູ້ໄພ. ກຳປັ່ນເຈື່ອງຊາໝາຍເລກ 20 ສັງກັດ ກອງພັນນ້ອຍ 955, ກອງທັບເຮືອເຂດ 4 ພວມປະຕິບັດໜ້າທີ່ໃນທະເລ ໄດ້ເຂົ້າໃກ້ຢ່າງທັນການ, ປະຕິບັດການນຳກຳປັ່ນຂອງຊາວປະມົງກັບເມືອເກາະຊີງໂຕນຢ່າງປອດໄພ, ພ້ອມທັງຈັດສົ່ງໜ່ວຍສ້ອມແປງ ໜູນຊ່ວຍແກ້ໄຂເຫດການ ໃຫ້ແກ່ກຳປັ່ນທີ່ປະສົບອຸບັດຕິເຫດ. ຊາວປະມົງໃນກຳປັ່ນໄດ້ຮັບການກວດສຸຂະພາບ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໜູນຊ່ວຍການເບິ່ງແຍງດູແລສຸຂະພາບ, ສະໜອງ ສະບຽງອາຫານໃນຕະຫຼວດເວລາຢູ່ໃນເກາະ.

