ກຳປູເຈຍ ພວມຄ່ອຍໆເພີ່ມຂຶ້ນການມີໜ້າໃນຂົງເຂດການເງິນເຕັກນິກດີຈີຕອນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເທື່ອລະກ້າວ, ພ້ອມທັງປັບປຸງບັນດາການເຊື່ອມຕໍໍ່ຊຳລະ QR ຂ້າມຊາຍແດນສອງຝ່າຍກັບ 5 ປະເທດໃນອາຊຽນລວມມີ: ລາວ, ມາເລເຊຍ, ສິງກະໂປ, ໄທ ແລະ ຫວຽດນາມ. ຂໍ້ລິເລີ່ມໂດຍທະນາຄານແຫ່ງຊາດ ກຳປູເຈຍ (NBC) ຜັນຂະຫຍາຍຜ່ານພື້ນຖານເງິນດີຈີຕອນ ຂອງທະນາຄານສູນກາງ (Bakong) ແລະ ລະບົບຫັນເປັນມາດຖານ KHQR, ນຳ ກຳປູເຈຍ ກາຍເປັນໜຶ່ງໃນບັນດາສູນຊຳລະເງິນມີລະດັບເຊື່ອມຕໍ່ສູງໃນພາກພື້ນ. ຜ່ານພື້ນຖານໂຄງລ່າງດີຈີຕອນຂອງ NBC, ປະຊາຊົນ ກຳປູເຈຍ ແລະ ແຂກທ່ອງທ່ຽວສາກົນ ອາດສາມາດປະຕິບັດການຊຳລະຊື້ຂາຍໃນທັນທີ ດ້ວຍສະກຸນເງິນປະເທດຕົນ ຜ່ານການ scan QR ປະເທດຊາດໃນເຄືອຂ່າຍບັນດາຄູ່ຮ່ວມມືຢູ່ ລາວ, ມາເລເຊຍ, ສິງກະໂປ, ໄທ ແລະ ຫວຽດນາມ.
ກຳປູເຈຍ ເປີດກວ້າງການເຊື່ອມຕໍ່ຊຳລະ QR ຂ້າມຊາຍແດນກັບ 5 ປະເທດ ອາຊຽນ
[VOVWORLD] - ຜ່ານພື້ນຖານໂຄງລ່າງດີຈີຕອນຂອງ NBC, ປະຊາຊົນ ກຳປູເຈຍ ແລະ ແຂກທ່ອງທ່ຽວສາກົນ ອາດສາມາດປະຕິບັດການຊຳລະຊື້ຂາຍໃນທັນທີ ດ້ວຍສະກຸນເງິນປະເທດຕົນ ຜ່ານການ scan QR ປະເທດຊາດໃນເຄືອຂ່າຍບັນດາຄູ່ຮ່ວມມືຢູ່ ລາວ, ມາເລເຊຍ, ສິງກະໂປ, ໄທ ແລະ ຫວຽດນາມ.
