(ພາບ: QDND
ວັນທີ 05 ພຶດສະພາ, ກຳປັ່ນ Ins Sagardhwani ຂອງກອງທັບເຮືອ ອິນໂດຍ, ໂດຍທ່ານພັນຕີ Viraat Shiggaon ເປັນກັບຕັນເຮືອ, ພ້ອມກັບນາຍທະຫານ ແລະ ລູກເຮືອ 136 ຄົນໄດ້ເຂົ້າທຽບທ່າຢູ່ທ່າກຳປັ່ນສາກົນ ກາມແຣງ, ຢ້ຽມຢາມແຂວງ ແຄງຮ່ວາ ຢ່າງເປັນທາງການ. ທ່ານພັນເອກ ຫງວຽນມິນແລັ່ງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບເຮືອເຂດ 4 ເປັນປະທານພິທີຕ້ອນຮັບຄະນະ. ແຕ່ວັນທີ 05 – 08 ພຶດສະພາ, ກຸ່ມບັນຊາກຳປັ່ນ Ins Sagardhwani ໄດ້ເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນແຂວງ ແຄງຮວ່າ, ທະຫານເຮືອເຂດ 4 ແລະ ວິທະຍາຄານທະຫານເຮືອ. ບັນດານາຍທະຫານ, ລູກເຮືອໄດ້ແລກປ່ຽນການແຂ່ງຂັນບານສົ່ງກັບພະນັກງານ, ນັກຮົບທະຫານເຮືອເຂດ 4; ພ້ອມກັນນັ້ນ ກໍ່ສະແດງ yoga ຢູ່ກຳປັ່ນລະຫວ່າງພະນັກງານ, ນັກຮົບທະຫານເຮືອເຂດ 4… ເນື່ອງໃນໂອກາດນີ້, ນາຍທະຫານ, ລູກເຮືອກໍ່ໄດ້ໄປຢ້ຽມຢາມສະຖານທີ່ວັດທະນະທຳຈຳນວນໜຶ່ງຢູ່ທ້ອງຖິ່ນ.
ການຢ້ຽມຢາມແມ່ນເພື່ອປະກອບສ່ວນຮັກສາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ເວົ້າລວມ, ການພົວພັນຮ່ວມມືລະຫວ່າງກອງທັບ, ທະຫານເຮືອລະຫວ່າງ 2 ປະເທດ ເວົ້າສະເພາະ.
