ເຈົ້າ​ໜ້າ​ທີ່​ທ້ອງ​ຖິ​ິ່ນ​ໃຫ້​ຮູ້​ວ່າ​: ອຸ​ບັດ​ຕິ​ເຫດ​ເກີດ​ຂຶ້ນ​ເວລາ 3 ໂມງ​​ເຊົ້າ​ (ຕາມ​ເວລາ​ທ້ອງ​ຖິ່ນ​) ໃກ້​ກັບ​ເທດ​ສະ​ບານ Yenne, ທາງ​ທິດ​ໃຕ້​ຂອງ​ນະ​ຄອນ​ຫຼວງ Dakar. ກຳ​ລັງ​ດັບ​ເພີງ​ໄດ້​ຊອກ​ເຫັນ 1 ​ສົບ ແລະ ອີກ​ໜຶ່ງ​ຄົນ​ໄດ້​ສົ່ງເຂົ້າຝັ່ງ​. ບັນ​ດາ​ຜູ້​ລອດຊີວິດ​ໃຫ້​ຮູ້​ວ່າ ກ່ຳ​ປັ່ນ​ບັນ​ຈຸ​ປະ​ມານ 100 ຄົນ​.

Senegal ພວມ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ເລີ່ມອອກ​ເດີນ​ທາງ​ຕົ້ນ​ຕໍ​ຂອງ​ຊາວ​ອົບ​ພະ​ຍົບຈາກ ອາບ​ຟຣີ​ກາຕາ​ເວັນ​ຕົກ ຊອກ​ຫາ​​ທາງ​ໄປ​ຍັງ​ ເອີ​ລົບ​, ພິ​ເສດ​ແມ່ນ​ຢູ່ໝູ່​ເກາະ Canary ຂອງ​ ແອັດ​ສະ​ປາຍ​, ນອນ​ຢູ່​ນອກ​ຝັ່ງ​ທະ​ເລ ອາບ​ຟຣິ​ີ​ກາ ຕາ​ເວັນ​ຕົກ​ສ່ຽງ​ເໜືອ​. ຕາມ​ກະ​ຊວງ​ພາຍ​ໃນ ແອັດ​ສະ​ປາຍ​, ພຽງແຕ່ໃນ​ເຄິ່ງ​ຕົ້ນ​ເດືອນ ພະ​ຈິກ 2026 ມີກວ່າ 11.000 ຄົນ​ໄດ້​ອົບ​ພະ​ຍົບ​ໄປ​ຍັງ​ໝູ່​ເກາະ Canary. ຈຳ​ນວນ​ຄົນ​ດັ່ງ​ກ່າວ​ເທົ່າ​ກັບ​ກວ່າ​ເຄິ່ງ​ໜຶ່ງ​ຈຳ​ນວນ​ຜູ້ທີ່​ມາ​ໝູ່​ເກາະ​ແຫ່ງ ນີ້​ໃນ​ປີ 2025.

ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ