ທ່ານ Kem Sokha ອະດີດປະທານພັກກູ້ຊາດ CNRP ຝ່າຍຄ້ານ

(ພາບ:AFP/TTXVN)

ສານຂັ້ນຕົ້ນ ພະນົມເປັນ ໄດ້ອອກແຈ້ງການຢັ້ງຢືນວ່າ ສານພຽງແຕ່ປ່ຽນແປງມາດຕະການແກ້ໄຂສຳລັບທ່ານນີ້ ຈາກການຄຸມຂັງຊົ່ວຄາວ ມາເປັນປ່ອຍຕົວອອກຈາກຄຸກເພື່ອ ສືບສວນ.

ວັນທີ 30 ສິງຫາ, ສານຂັ້ນຕົ້ນ ພະນົມເປັນ ໄດ້ອອກຄຳຕັດສິນ ຕໍ່ເວລາຄຸມຂັງຊົ່ວຄາວອອກໄປອີກ 6 ເດືອນ ສຳລັບທ່ານ Kem Sokha ເພື່ອສືບຕໍ່ຮັບໃຊ້ວຽກງານສືບສວນ, ພິພາກສາກ່ຽວກັບການເຄື່ອນໄຫວລັບສົມຮູ້ຮ່ວມຄິດກັບຕ່າງປະເທດເປັນເວລາຍາວນານ. ຄຳຕັດສິນໄດ້ຍົກອອກໃນສະພາບການທີ່ ລັດຖະບານໃໝ່ຢູ່ກຳປູເຈຍ ໂດຍພັກປະຊາຊົນ ກຳປູເຈຍ (CPP) ຂອງນາຍົກລັດຖະມົນຕີ Hun Sen ນຳພາ ໄດ້ສຳເລັດການສັບຊ້ອນກົງຈັກລັດຖະບານ ແລະ ມີນັກເຄື່ອນໄຫວການເມືອງຝ່າຍຄ້ານຫຼາຍຄົນ ທີ່ທ່ານນາຍົກລັດຖະມົນຕີ Hun Sen ສະເໜີໃຫ້ອະໄພຍະໂທດ ແລະ ປ່ອຍຕົວ.