
ການພົບປະລະຫວ່າງ 2 ທ່ານ
(vovworld) – ໃນການພົບປະຫວ່າງມໍ່ໆມານີ້ລະຫວ່າງທ່ານ Prak Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ Hidehisa Horinoushi, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ກຳປູເຈຍ, 2 ຝ່າຍໄດ້ສະແດງຄຳໝັ້ນສັນຍາສຳລັບເລື່ອງ 2 ປະເທດຈະຍົກລະດັບການພົວພັນຈາກລະດັບຄູ່ຮ່ວມມືຍຸດທະສາດຂຶ້ນເປັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ - ກ້ວາງຂວາງ. ທ່ານ Chum Sontary, ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວ່າ: ກຳປູເຈຍ ຊົມເຊີຍ ຍີ່ປຸ່ນ ກ່ຽວກັບການຢາກໃນການຍົກລະດັບການພົວພັນລະຫວ່າງ 2 ປະເທດຈາກຄູ່ຮ່ວມມືຍຸດທະສາດກາຍເປັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ກ້ວາງຂວາງ. ສຳລັບຝ່າຍ ຍີ່ປຸ່ນ, ທ່ານເອກອັກຄະລັດຖະທູດ Hidehisa Horinoushi ໃຫ້ຮູ້ວ່າປະເທດນີ້ພວມສົ່ງເສີມການເປີດສະຖານກົງສູນ ຍີ່ປຸ່ນ ຢູ່ແຂວງ ຊຽມຣຽບ ຂອງ ກຳປູເຈຍ.

ການພົບປະລະຫວ່າງ 2 ທ່ານ
