ກະສັດ ກາຕາ Sheikh Tamim bin Hamad Al Thani. ພາບ: AFP/ TTXVN |
ວັນທີ 24 ມິຖຸນາ, ກະສັດ ກາຕາ Tamim bin Hamad Al Thani ໄດ້ເດີນທາງເຖິງ ອີຢີບ ເລີ່ມຕົ້ນການຢ້ຽມຢາມ Cairoເປັນຄັ້ງທຳອິດ ນັບແຕ່ເມື່ອສອງປະເທດ ເຫັນດີ ເຊື່ອມຕໍ່ການພົວພັນທາງການທູດຄືນໃຫມ່ໃນປີກາຍນີ້ຄືດັ່ງສ່ວນຫນຶ່ງຂອງຂໍ້ຕົກລົງ Al- Ulaເພື່ອແນໃສ່ຢຸດຕິວິກິດການທາງການທູດທີ່ແກ່ຍາວຕະຫລອດ 3 ປີ.
ທ່ານປະທານາທິບໍດີປະເທດເຈົ້າພາບ Abdel Fatthah ElSisi ໄດ້ຕ້ອນຮັບກະສັດ AlThani ຢູ່ ສະຫນາມບິນສາກົນ Cairo. ການນຳສອງທ່ານມີແຜນການເຈລະຈາໃນວັນທີ 25 ມິຖຸນາ ແລະ ຄາດວ່າສອງປະເທດຈະລົງນາມຂໍ້ຕົກລົງຮ່ວມມືໃຫມ່ກ່ຽວກັບດ້ານເສດຖະກິດ,ໃນນັ້ນ ມີຂົງເຂດພະລັງງານ.
ຕາມແຫລ່ງຂ່າວທາງການທູດຈຳນວນຫນຶ່ງແລ້ວ, ການຢ້ຽມຢາມຂອງກະສັດ AlThani ເພື່ອແນໃສ່ຢັ້ງຢືນວິວັດທະນາການສ້າງການພົວພັນລະຫວ່າງ ກາຕາ ແລະ ອີຢີບເປັນປົກກະຕິ.

