ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຂອງສະຫະພາບເອີຣົບ ປະຈຳ ຫວຽດນາມ.

ໃນການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປີດກວ້າງ ການຮ່ວມມືກັບ ສະຫະພາບເອີຣົບ (EU) ໃນຂົງເຂດການບຳລຸງກໍ່ສ້າງ, ປະສານງານໃນການບໍລິຫານຂໍ້ມູນ, ປ້ອງກັນ, ຕ້ານບັນດາປະເພດອາດຊະຍາກຳໃນເຄືອຂ່າຍອິນເຕີເນັດ. ທ່ານລັດຖະມົນຕີ ໂຕເລີ່ມ ສະເໜີໃນເວລາທີ່ຈະມາເຖິງນີ້ສອງຝ່າຍເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ສ້າງນະໂຍບາຍ, ກົດໝາຍ, ແບ່ງປັນປະສົບການບົດຮຽນໃນການສືບສວນ, ຢັ້ງຢືນອາດຊະຍາກຳ; ຮ່ວມມືກັນສ້າງກົນໄກປະສານງານແກ້ໄຂການລະເມີດລະບຽບກົດໝາຍ ໃນເຄືອຂ່າຍອິນເຕີເນັດ. ພ້ອມດຽວກັນນັ້ນ, ກໍ່ຍູ້ແຮງການຮ່ວມມືໃນວຽກບໍາລຸງກໍ່ສ້າງຊ່ຽວຊານເຕັກໂນໂລຊີດີຈີຕອນ, ຊ່ຽວຊານຄຸ້ມຄອງອິນເຕີເນັດ; ສົມທົບກັນຕໍ່ຕ້ານກັບບັນດາອາດຊະຍາກຳໃນເຄືອຂ່າຍອິນເຕີເນັດ.

ສ່ວນທ່ານເອກອັກຄະລັກທະທູດ Giorgio Aliberti ຢັ້ງຢືນວ່າຈະສືບຕໍ່ມານະພະຍາຍຈົນສຸດຄວາມສາມາດຂອງຕົນ ນຳການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງ ສະຫະພາບເອີຣົບ- ຫວຽດນາມ ນັບມື້ນັບພັດທະນາຢ່າງແໜ້ນແຟ້ນ ແລະ ຮອບດ້ານກວ່າເກົ່າ.