ທ່ານ ລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມໂຕເລີມ ເຈລະຈາທາງໄກ ກັບທ່ານ Kristophe A Ray, ຜູ້ອຳນວຍການອົງການ FBI |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລີມ ໄດ້ສະເໜີໃຫ້ FBI ສືບຕໍ່ຊຸກຍູ້ການຜັນຂະຫຍາຍປະຕິບັດ “ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ” ແລະ “ຂໍ້ຕົກລົງວ່າດ້ວຍການຖ່າຍທອດເຕັກໂນໂລຊີຊອບແວ ຊັນນະສູດ ແຊນ DNA”; ເອົາໃຈໃສ່ຊຸກຍູ້ການລົງນາມໃນສັນຍາວ່າດ້ວຍການຊ່ວຍໜູນກັນດ້ານຕຸລາການອາຍາ, ສັນຍາວ່າດ້ວຍການສົ່ງຜູ້ຮ້າຍ, ສັນຍາວ່າດ້ວຍການມອບສົ່ງຕົວຜູ້ຖືກສານຕັດສິນຈຳຄຸກ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ເພື່ອປ້ອງກັນ ແລະ ຕ້ານອາດຊະຍາກຳທຸກປະເພດ.

