ສຳນັກຂ່າວສານ ກຸ່ມບໍລິສັດອາຍແກຼ Transneft ຢູ່ ມົດສະກູ

(ພາບ: AFP/TTXVN)

ລະອຽດຄື, ກະຊວງການເງິນ ອາເມລິກາ ຕັດສິນຫລຸດຜ່ອນເວລາຈຳໜ່າຍພັນທະບັດໂດຍບັນດາບໍລິສັດເຊິ່ງບັນດາສ່ວນບຸກຄົນ ແລະ ອົງການຢູ່ ອາເມລິກາ ໄດ້ຮັບອະນຸຍາດຕິດຕໍ່ພົວພັນປະກາດໃຊ້. ສຳລັບບັນດາທະນາຄານ ແລະ ບັນດາອົງການການເງິນອື່ນໆຂອງ ລັດເຊຍ ນອນໃນບັນຊີລາຍຊື່ຖືກລົງໂທດນັ້ນ, ພາຍຫຼັງວັນທີ 28 ພະຈິກ, ມີພຽງບ້ວງໜີ້ບໍ່ເກີນ 14 ວັນ ໄດ້ຮັບອະນຸຍາດໃຫ້ຕິດຕໍ່ພົວພັນ, ແທນທີໃຫ້ 30 ວັນຄືກ່ອນນີ້. ສຳລັບບັນດາບໍລິສັດນ້ຳມັນອາຍແກັດນອນໃນບັນຊີລາຍຊື່ຖືກລົງໂທດ, ເວລາຕິດໜີ້ໃໝ່ຖືກຫລຸດລົງແຕ່ 90 ວັນຄືກ່ອນນີ້ລົງເຫຼືອພຽງ 60 ວັນ.