ທ່ານ ດີງຕຽນຢູງ, ລັດຖະມົນຕີກະຊວງການເງິນຫວຽດນາມ ແລະ ທ່ານ Scott John Morrion, ລັດຖະມົນຕີກະຊວງການເງິນ ອົດສະຕາລີ ທີ່ພິທີລົງນາມ |
ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວ ແມ່ນຂີດໝາຍສຳຄັນໃນການພົວພັນຮ່ວມມື, ສ້າງພື້ນຖານຊ່ວຍໃຫ້ບັນດາພະນັກງານຂອງສອງກະຊວງ ສ້າງຕັ້ງການພົວພັນຮ່ວມມືຢ່າງແຫນ້ນແຟ້ນ. ພະນັກງານກະຊວງການເງິນຫວຽດນາມ ມີກາລະໂອກາດຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງລັດ ຈາກ ອົດສະຕາລີ, ຮັບໃຊ້ວຽກງານຄຸ້ມຄອງລັດ, ເພີ່ມແຫລ່ງຂໍ້ມູນຂ່າວທາບທາມໃນການສ້າງນະໂຍບາຍ, ບັນດາເອກະສານນິຕິກຳກ່ຽວກັບດ້ານການເງິນ ແລະ ຜັນຂະຫຍາຍນະໂຍບາຍ, ເອກະສານນິຕິກຳສະບັບໃຫມ່ຂອງຫວຽດນາມ.

