|
(ພາບ: KCNA) |
ໃນແຈ້ງການ, KCNA ໃຫ້ຮູ້ວ່າ: “ວິທະຍາຄານວິທະຍາສາດການທະຫານຂອງສປປ.ເກົາຫຼີ ໄດ້ທົດລອງລະບົບຍິງລູກຈະຫຼວດຫຼາຍລູກຂະໜາດໃຫຍ່ສຳເລັດ ໃນຕອນບ່າຍວັນທີ 31 ຕຸລາ. ການນຳ Kim Jong un ໄດ້ສະແດງຄວາມເພິ່ງພໍໃຈ ແລະ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍເຖິງບັນດານັກວິທະຍາສາດໃນຂົງເຂດປ້ອງກັນຊາດ - ບັນດາຜູ້ທີ່ມານະພະຍາຍາມພັດທະນາກຳລັງແຮງດ້ານປ້ອງກັນຊາດ ແລະ ຊຸກຍູ້ກຳລັງຄວາມສາມາດຂອງກຳລັງປະກອບອາວຸດສປປ.ເກົາຫຼີ”.
ກ່ອນໜ້ານັ້ນ, ສະພາເສນາທິການກຳລັງທະຫານປະສົມສ.ເກົາຫຼີ (JCS) ໃຫ້ຮູ້ວ່າ, ເຫດຍິງວັດຖຸບິນ 2 ຢ່າງຫຼ້າສຸດຂອງສປປ.ເກົາຫຼີ ໄດ້ດຳເນີນໃນເວລາປະມານ 16 ໂມງ 35 ນາທີ ແລະ 16 ໂມງ 38 ນາທີ ຂອງວັນທີ 31 ຕຸລາ. ນີ້ແມ່ນເຫດຍິງຄັ້ງທີ 12 ຂອງພຽງຢ່າງໃນປີນີ້. ແລະກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດຍີ່ປຸ່ນ ກໍ່ຢັ້ງຢືນວ່າ ລູກສອນໄຟຂອງສປປ.ເກົາຫຼີ ບໍ່ໄດ້ຕົກລົງໃນເຂດ EEZ ຂອງປະເທດນີ້.

