ການວັກແທກອຸນຫະພູມ ເພື່ອສະກັດກັນໂລກລະບາດຢູ່ ພຽງຢາງ, ສປປ.ເກົາຫຼີ (ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Yonhap, ທ່ານ David Maizlish, ຫົວໜ້າຄະນະກຳມະການ ICRC ປະຈຳ ເຊີອູນ ໄດ້ຕັກເຕືອນເຖິງເລື່ອງຫວ່າງມໍ່ໆມານີ້, ສປປ.ເກົາຫຼີ ເນັ້ນໜັກເຖິງການຮ່ວມມືກັບ ICRC ແລະ ບັນດາອົງການມະນຸດສະທຳອື່ນໆທົ່ວໂລກ ໃນສະພາບການທີ່ປະເທດນີ້ປິດປະຕູດ່ານຊາຍແດນເປັນເວລາຍາວນານ ຍ້ອນໂລກລະບາດໂຄວິດ - 19. ເມື່ອສະພາບການມີຄວາມສະດວກ, ຄະນະກຳມະການ ICRC ຈະສືບຕໍ່ດຳເນີນບັນດາການເຄື່ອນໄຫວທີ່ພວມຖືກຢຸດຕິ ແລະ ພ້ອມກັນນັ້ນກໍພັດທະນາບັນດາໂຄງການຂອງຕົນ, ແລະຂຶ້ນກັບການຕີລາຄາກ່ຽວກັບສະພາບການຢູ່ ສປປ.ເກົາຫຼີ.

ມາຮອດປັດຈຸບັນ, ສປປ.ເກົາຫຼີ ຍັງບໍ່ທັນຢັ້ງຢືນມີກໍລະນີໃດຕິດເຊື້ອພະຍາດໂຄວິດ - 19 ເທື່ອ. ປະເທດນີ້ ຍັງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຄັ່ງຄັດ, ຕາມນັ້ນແລ້ວ ໄດ້ສັ່ງໃຫ້ຢຸດຕິບັນດາຖ້ຽວບິນສາກົນ, ລົດໄຟ ແລະ ການສັນຈອນຂ້າມຊາຍແດນເກືອບທັງໝົດ.