ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: Quochoi.vn) |
ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຂໍ້ສະເໜີແນະຂອງລັດຖະບານ ທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈາກ ກອງທຶນປະກັນໄພວ່າງງານ ຕາມມະຕິສະບັບເລກທີ 03 ລົງວັນທີ 24 ກັນຍາ 2021 ຂອງຄະນະປະຈຳສະພາແຫ່ງຊາດ. ພິຈາລະນາ, ຕົກລົງການເພີ່ມເຕີມຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ງົບປະມານຂອງລັດລົງທຶນເຂົ້າຂະແໜງຜະລິດ, ດຳເນີນທຸລະກິດຢູ່ ວິສາຫະກິດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ນິຕິບັນຍັດປີ 2023. ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນສິ້ນສຸດກອງປະຊຸມຄັ້ງທີ 14 ຂອງ ຄະນະປະຈຳສະພາແຫ່ງຊາດ.

