ໃນວັນທີ 20 ກໍລະກົດ, ສື່ມວນຊົນພາກພື້ນຕາເວັນອອກກາງ ໃຫ້ຮູ້ວ່າ ຂະບວນການ ອິດສະລາມ ຮາມາດ ໄດ້ປະກາດເລືອກຕັ້ງ ທ່ານ Khalil al-Hayya ເກີດປີ 1960, ເປັນປະມຸກຄົນໃໝ່ຂອງຂະບວນການພາຍຫຼັງການເລືອກຕັ້ງພາຍໃນກຸ່ມ. ທ່ານ al-Hayya ແມ່ນໜຶ່ງໃນບັນດາການນຳຂັ້ນສູງທີ່ມີອິດທິພົນຜົນສະທ້ອນຂອງ ຮາມາດ. ກ່ອນທີ່ຈະໄດ້ຮັບການເລືອກຕັ້ງເປັນປະມຸກ, ທ່ານເປັນການນຳຫ້ອງວ່າການການເມືອງຂອງ ຮາມາດ ຢູ່ເຂດ ກາຊາ ແລະ ແມ່ນຫົວໜ້າຄະນະເຈລະຈາຂອງຂະບວນການໃນບັນດາການເຈລະຈາກັບ ອິດສະລາແອັນ ຜ່ານບັນດາປະເທດເປັນກາງຄື ກາຕາ, ອີຢິບ ແລະ ອາເມລິກາ ກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ການແລກປ່ຽນຕົວປະກັນຢູ່ເຂດ ກາຊາ.
ຂະບວນການ ອິດສະລາມ ຮາມາດ ເລືອກຕັ້ງປະມຸກຄົນໃໝ່
[VOVWORLD] - ຂະບວນການ ອິດສະລາມ ຮາມາດ ໄດ້ປະກາດເລືອກຕັ້ງ ທ່ານ Khalil al-Hayya ເກີດປີ 1960, ເປັນປະມຸກຄົນໃໝ່ຂອງຂະບວນການພາຍຫຼັງການເລືອກຕັ້ງພາຍໃນກຸ່ມ.
