ພິທີໂຮມຊຸມນຸມມິດຕິງຕອບສະໜອງວັນສິ່ງແວດລ້ອມໂລກ ແລະ ເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ (ພາບ: VOV5) |
ນີ້ແມ່ນເຫດການໂດຍກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ຈັດຕັ້ງປະຈຳປີ ເພື່ອແນໃສ່ໂຄສະນາ, ສຶກສາ, ຍົກສູງສະຕິຄວາມຮັບຜິດຊອບ ແລະ ລະດັບການຮັບຮູ້ຂອງນັກຮຽນ, ນັກສຶກສາ, ຄູອາຈານ ແລະ ທົ່ວສັງຄົມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມເທື່ອລະກ້າວ ເພື່ອການພັດທະນາແບບຍືນຍົງ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ຫງວຽນວັນຝຸກ ສະເໜີໃຫ້ມີການສົມທົບລະຫວ່າງຂະແໜງສຶກສາ ກັບຄະນະ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອໂຄສະນາກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ຍົກສູງຄວາມຮັບຮູ້ກ່ຽວກັບການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ, ຫຼຸດຜ່ອນກຳລັງດັນຕໍ່ລະບົບຊີວະພາບທຳມະຊາດຂອງໜ່ວຍໂລກ.
ທູຮັ່ງ

