ໝາກຜົນເບື້ອງຕົ້ນຂອງການສຳຫຼວດເສດຖະກິດປີ 2026 ໄດ້ຊີ້ໃຫ້ເຫັນຂະໜາດພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ໄດ້ຮັບການເປີດກວ້າງ ດ້ວຍກວ່າ 6,27 ລ້ານຮາກຖານເສດຖະກິດພວມເຄື່ອນໄຫວ ແລະ ມີແຮງງານກວ່າ 30 ລ້ານຄົນ. ໃນທົ່ວປະເທດມີສຳນັກງານບໍລິຫານ, ໜ່ວຍງານໃຫ້ການບໍລິການສາທາລະນະ 70,9 ພັນແຫ່ງ, ຫຼຸດລົງ 16,4% ເມື່ອທຽບໃສ່ປີ 2020. ຕາມຕົວເລກໃນເບື້ອງຕົ້ນແລ້ວ, ຂອບຂະໜາດຂອງພື້ນຖານເສດຖະກິດສືບຕໍ່ໄດ້ຮັບການເປີດກວ້າງ, ຈຳນວນຫົວໜ່ວຍເສດຖະກິດເພີ່ມຂຶ້ນ ເມື່ອທຽບໃສ່ການສຳຫຼວດຄັ້ງກ່ອນ, ສ່ອງແສງໃຫ້ເຫັນທ່າອ່ຽງພັດທະນາຂອງພາກສ່ວນທຸລະກິດ ແລະ ການຫັນປ່ຽນໂຄງປະກອບລະຫວ່າງບັນດາພາກສ່ວນເສດຖະກິດ. ພິເສດພາກສ່ວນທຸລະກິດທີ່ມີເງິນລົງທຶນຈາກຕ່າງປະເທດສືບຕໍ່ເພີ່ມຂຶ້ນກ່ຽວກັບຈຳນວນວິສາຫະກິດ ແລະ ຂະໜາດການເຄື່ອນໄຫວ, ຢັ້ງຢືນກຳລັງດູດດື່ມຂອງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂງວັນຕວັນ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ:
“ການສຳຫຼວດຄັ້ງນີ້ ບໍ່ພຽງແຕ່ກວດນັບ, ສະຖິຕິບັນດາແຫຼ່ງກຳລັງທີ່ພວມເຮົາມີຢູ່ແລ້ວເທົ່ານັ້ນ ຫາກຍັງແມ່ນການຝຶກຊ້ອມໃຫ້ແກ້ການຫັນເປັນດີຈີຕອນຂອງຂະແໜງສະຖິຕິອີກດ້ວຍ. ຈາກນັ້ນ, ໄດ້ເປີດແບບວິທີສະຖິຕິໃໝ່ ທີ່ມີປະສິດທິຜົນກວ່າ, ມີຄຸນນະພາບກວ່າໃນສັງກາດດີຈີຕອນ.”
