ໃນຂອບເຂດບັນດາເຫດການຂອງກອງປະຊຸມກົງສູນກິດຕິມະສັກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄັ້ງທີ 2(28 - 31/7), ວັນທີ 29 ກໍລະກົດ, ຄະນະປະຕິບັດງານໂດຍທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ພ້ອມກັບບັນດາເອກອັກຄະລັດຖະທູດ ຫວຽດນາມ ປະຈຳຕ່າງປະເທດ, ບັນດາກົງສູນກິດຕິມະສັກ ຫວຽດນາມ ຢູ່ຕ່າງປະເທດ ແລະ ການນຳຫົວໜ່ວຍຈຳນວນໜຶ່ງຂອງກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ສຳຫຼວດຕົວຈິງຢູ່ນະຄອນ ຫ໋າຍຝ່ອງ.
ທີ່ການເຮັດວຽກ, ທ່ານ ໂດແທັງຈຸງ ປະທານຄະນະກຳມະການປະຊາຊົນ ນະຄອນ ຫ໋າຍຝ່ອງ ໄດ້ສະແດງຄວາມປາດຖະໜາຢາກໃຫ້ບັນດາທ່ານເອກອັກຄະລັດຖະທູດ ແລະ ກົງສູນກິດຕິມະສັກສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນໂຄສະນາສະພາບແວດລ້ອມແຫ່ງການລົງທຶນຂອງຫ໋າຍຝ່ອງ, ດຶງດູດບັນດາໂຄງການໃນບັນດາຂົງເຂດເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ພະລັງງານສີຂຽວ ແລະ ນະວັດຕະກຳ.
ສ່ວນ ບັນດາທ່ານເອກອັກຄະລັດຖະທູດ ແລະ ກົງສູນກິດຕິມະສັກ ໄດ້ສະແດງຄວາມປະທັບໃຈຕ່ການພັດທະນາຢ່າງແຮງຂອງຫ໋າຍຝ່ອງ ແລະ ຢັ້ງຢືນຈະມານະພະຍາຍາມເສີມຂະຫຍາຍເຄືອຂ່າຍຄູ່ຮ່ວມມືທີ່ອິດທິພົນຊື່ສຽງປະຈຳຖິ່ນ, ພ້ອມແລ້ວທີ່ຈະຮ່ວມເດີນທາງເຊື່ອມຕໍ່ ແລະ ນຳບັນດາກຸ່ມບໍລິສັດ, ນັກລົງທຶນສາກົນມາສຳຫຼວດ, ຊອກຫາໂອກາດຮ່ວມມືລະອຽດກັບທ້ອງຖິ່ນ.
