ລາຍ​ການ ມີ​ການ​ເຂົ້າ​ຮ່ວມ​ຂອງ​ກົງ​ສູນ​ໃຫຍ່ ​ໂຮ​ນ​ລັງ, ກຸຍ​ບາ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ກົງ​ສູນ​ໃຫຍ່​ບັນ​ດາ​ປະ​ເທດ ຄື: ຈີນ, ຍີ່​ປຸ່ນ, ສ.ເກົາຫຼີ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ລາ​ຊະ​ອາ​ນາ​ຈັກ ອັງ​ກິດ… ປະ​ຈຳ​ນະ​ຄອນ ​ໂຮ່​ຈີ​ມິນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ດ້ານ​ວັດ​ທະ​ນະ​ທຳ ​ຕາມ​ຮູບ​ແບບ​ລົງ​ຕົວ​ຈິງ, ສ້າງ​ສະ​ຖານ​ທີ່​ພົບ​ປະ​ແລກ​ປ່ຽນ​ທີ່​ໃກ້​ຊິດ​ລະ​ຫວ່າງ​ຄະ​ນະ​ກົງ​ສູນ, ເພື່ອນ​ມິດ​ສາ​ກົນ ກັ​ບ​ນະ​ຄອນ​ໂຮ່​ຈີ​ມິນ. ຜ່ານ​ບັນ​ດາ​ເຍື່ອງ​ອາ​ຫານ ແລະ ເຄື່ອງ​ດື່ມ​ທີ່​ພົ້ນ​ເດັ່ນ, ລາຍ​ການ​ປະ​ກອບ​ສ່ວນ​ແນະ​ນຳ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ພູມ​ປັນ​ຍາ​ທ້ອງ​ຖິ່ນ, ຮີດ​ຄອງ​ປະ​ເພ​ນີ ແລະ ຈຸດ​ຄວາມ​ງາມ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ນະ​ຄອນ, ຜ່ານ​ນັ້ນ ​ເພີ່ມ​ທະ​ວີ​ຄວາມ​​ເຂົາ​ອົກເຂົ້າ​ໃຈ, ຄວາມ​ສະ​ໜິດ​ຕິດ​ພັນ ແລະ ນ້ຳ​ໃຈ​ມິດ​ຕະ​ພາບກັບ​ປະ​ຊາ​ຄົມ​ສາ​ກົນ.