ຄະນະຜູ້ແທນຖ່າຍຮູບຢູ່ນ້ຳຕົກຕາດແຄແກ່ມ, ເມືອງ ກອນກວງ (ພາບ: baonghean.vn)

ໃນການສຳຫຼວດ, ຄະນະໄດ້ໄປແວ່ຢາມບັນດາສະຖານທີ່ທີ່ມີຊື່ສຽງຄື: ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ພິເສດ ກິມລຽນ (ເມືອງນາມດານ), ປ່າສະຫງວນແຫ່ງຊາດ ປູມາດ, ນ້ຳຕົກຕາດ ແຄແກ່ມ ແລະ ຊອກຮູ້ວັດທະນະທຳອາຫານການກິນ, ພົບປະແລກປ່ຽນວັດທະນະທຳ - ສິລະປະກັບປະຊາຊົນເຜົ່າຜູ້ໄທຢູ່ທີ່ນີ້. ລາຍການໂດຍພະແນກທ່ອງທ່ຽວແຂວງເງະອານ ຈັດຕັ້ງດ້ວຍຄວາມປາດຖະໜາຢາກໃຫ້ບັນດານັກຂ່າວຂອງບັນດາສຳນັກຂ່າວສານ, ສຳນັກໜັງສືພິມໃຫຍ່ໃນໂລກມີບັນດາບົດຂຽນທີ່ມີຄຸນນະພາບ, ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວຂອງທ້ອງຖິ່ນໄປຍັງເພື່ອນມິດສາກົນ, ປະກອບສ່ວນເພື່ອໃຫ້ການທ່ອງທ່ຽວເງະອານເປີດກ້ວາງຕະຫຼາດແຂກທ່ອງທ່ຽວສາກົນ.